ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ຮຸງກາຣີ ໃຫ້ດີກ່ວາອີກ
(VOVWORLD) -ຕອນບ່າຍວັນທີ 6 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກຳອຳນາດ ສະຫະພັນພົນລະເມືອງ ຮຸງກາຣີ ໂດຍທ່ານນາງ Navak Katalin ຮອງປະທານພັກ ເປັນຫົວໜ້າຄະນະ, ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກຳອຳນາດ ສະຫະພັນພົນລະເມືອງ ຮຸງກາຣີ (ພາບ: Quochoi.vn) |
ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໊ວກຫ໋ຽນມີຄວາມປາດຖະໜາວ່າ ການພົວພັນລະຫວ່າງສອງພັກ, ສອງລັດ ຈະໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກັນ, ຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດ. ທ່ານ ຟຸ່ງກ໊ວກຫ໋ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການເຄື່ອນໄຫວແລກປ່ຽນ, ຮ່ວມມືໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນການແລກປ່ຽນລະຫວ່າງ ບັນດາສະມາຊິກລັດຖະສະພາຂອງສອງປະເທດ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່ງ ຫວຽດນາມ - ຮຸງກາຣີໃຫ້ດີກ່ວາອີກ.
ສ່ວນທ່ານນາງ Navak Katalin ຖືວ່າ ສອງລັດຄວນເປີດກ້ວາງການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນຄື ດ້ານກະສິກຳ, ການຢາ, ນຳໃຊ້ວິທະຍາສາດ - ເຕັກໂນໂລຢີໃນການພັດທະນາເສດຖະກິດ - ສັງຄົມ… ທ່ານນາງ Navak Katalin ກໍ່ໃຫ້ຮູ້ວ່າ ປີນີ້, ສະຖານທູດ ຮຸງກາຣີປະຈຳ ຫວຽດນາມ ຈະຈັດຕັ້ງຫຼາຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຮຸງກາຣີ.