ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ມາຣົກ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ມາຣົກ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bui Thanh Son
ທີ່ພິທີ​ລົງ​ນາມ​ໃນ​ສົນ​ທິ​ສັນຍາສົ່ງ​ເສີມ ​ແລະ​ ອາລັກຂາ​ການ​ລົງທຶນ...
( ພາບ: mofa.gov.vn )


( vovworld ) -   ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Bui Thanh Son ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນຫວຽດນາມ ​ເຊິ່ງລວມມີ​ຜູ້​ຕາງ​ໜ້າບັນດາ​ກະຊວງ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ກອງສີ​ລະ​ປະ​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ​ມາຣົກ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13 – 17/6. ທີ່​ບັນດາ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ຫວຽ​ດນາມ, ຝ່າຍ​ມາຣົກ ​ໄດ້​ເນັ້ນ​ໜັກ​ວ່າ ​ໄດ້ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ຫວຽດນາມ​, ​ໂດຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ, ວັດທະນະທຳ, ສຶກສາ​ບຳລຸງ​ສ້າງ… ທ່ານ Bui Thanh Son, ຜູ້ຕາງໜ້າ​ຄະນະ​ຜູ້​ແທນຫວຽດນາມ ​​ຢືນຢັນ​​​ວ່າ ພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຮ່ວມ​ມື​ກັບ​ມາຣົກ ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ ​ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື. ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນບັນດາ​ຂັ້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ; ຜັນ​ຂະຫຍາຍ​​ຜົນງານ​ຕ່າງໆທີ່​ບັນລຸ​ໄດ້​​ໃນ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການປະສົມ​ຫວຽດນາມ - ມາຣົກ ​ແລະ ທາ​ບທາ​ມດ້ານ​ການ​ເມືອງ​ຄັ້ງ​ທີ 3 ຢູ່​ຮ່າ​ໂນ້ຍ ( 5/2011 ); ​ແລະ​ ສົມທົບ​ກັນ, ສະ​ໜັບສະ​ໜູນ​​ເຊິ່ງກັນ ​ແລະ ກັນໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ຢ່າງ​ຕັ້ງໜ້າ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຫວຽດນາມ - ມາຣົກ ​ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນຍາສົ່ງ​ເສີມ ​ແລະ​ ອາລັກຂາ​ການ​ລົງທຶນ, ສັນຍາ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​​ເພີ່ມ​ທິວີ​ການພົວພັນ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ