ເພີ່ມທະວີການສົມທົບກັບ Google ບົນພື້ນຖານເຄົາລົບທຳນຽມສາກົນ ແລະ ກົດໝາຍ ຫວຽດນາມ

(VOVWORLD) - ເພື່ອຮ່ວມມືຢ່າງມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສະເໜີໃຫ້ Google ສ້າງຕັ້ງຫ້ອງການຕາງໜ້າຢູ່ ຫວຽດນາມ ເພື່ອຕ້ອນຮັບ ແລະ ແກ້ໄຂບັນດາຄຳຮຽກຮ້ອງຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ຢ່າງວ່ອງໄວ.
ເພີ່ມທະວີການສົມທົບກັບ Google ບົນພື້ນຖານເຄົາລົບທຳນຽມສາກົນ ແລະ ກົດໝາຍ ຫວຽດນາມ - ảnh 1ນາງ Ann Lavin ແລະ  ທ່ານ ເຈືອງມິງຕ໋ວນ

ວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ Ann Lavin, ຜູ້ອຳນວຍຝ່າຍບໍລິຫານການນະໂຍບາຍສາທາລະນະ ແລະ ການພົວພັນ ລັດຖະບານຂອງ Google ພາກພື້ນ ອາຊີ - ປາຊີຟິກ.

        ເພື່ອຮ່ວມມືຢ່າງມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສະເໜີໃຫ້ Google ສ້າງຕັ້ງຫ້ອງການຕາງໜ້າຢູ່ ຫວຽດນາມ ເພື່ອຕ້ອນຮັບ ແລະ ແກ້ໄຂບັນດາຄຳຮຽກຮ້ອງຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ຢ່າງວ່ອງໄວ. ທ່ານລັດຖະມົນຕີ ເຈືອງມີງຕ໋ວນ ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍ Google ແລະ ສະເໜີຝ່າຍ Google ຊອກຮູ້ກົດໝາຍ ຫວຽດນາມ ຢ່າງລະອຽດ, ເພີ່ມທະວີການສົມທົບກັບບັນດາອົງການມີຄວາມຮັບຜິດຊອບຂອງ ຫວຽດນາມ ເພື່ອແກ້ໄຂການລະເມີດໃນ YouTube.

        ສ່ວນທ່ານນາງ Ann Lavin ໃຫ້ຮູ້ວ່າ: ຈຸດປະສົງຂອງການມາເຮັດວຽກຄັ້ງນີ້ຢູ່ ຫວຽດນາມ ແມ່ນຊອກຮູ້ກົດໝາຍຂອງ ຫວຽດນາມ, ເຮັດວຽກກັບບັນດາຫົວໜ່ວຍກ່ຽວຂ້ອງ ເພື່ອໃຫ້ Google ເຂົ້າໃຈແຈ້ງກ່ວາ ແລະ ຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງເປັນຢ່າງດີກ່ວາ. Google ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ