ເພີ່ມທະວີການຮ່ວມມື ດ້ານເສດຖະກິດລະຫວ່າງ ຫວຽດນາມ - ລັດເຊຍ

ເພີ່ມທະວີການຮ່ວມມື ດ້ານເສດຖະກິດລະຫວ່າງ ຫວຽດນາມ - ລັດເຊຍ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 14/04, ສູນວັດທະນະທຳ​ລັດ​ເຊຍ ປະຈຳ​ຮ່າ​ໂນ້ຍ ​ໄດ້​ຈັດ​ການປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ທີ່​ພວມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ​ສະຫະພັນ​ລັດ​ເຊຍ ທີ່​ມາ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 12 – 19/04 ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເຊິ່ງນອນ​ໃນ​ຂອບ​ເຂດ​ໂຄງການ “ລັດ​ເຊຍ - ຫວຽດນາມ: ພື້ນຖານ​ເສດຖະກິດ​ໃໝ່” ​ໄດ້​ເລີ່​ມປະຕິບັດ​ແຕ່​​ເດືອນ 04/2012.

        ຕາມ​ລາຍການ​ເຮັດ​ວຽກ, ຄະນະ​ຜູ້​ແທນ​ການ​ນຳ​ບັນດາ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ປ່ຽນ​ໃໝ່​ຂອງ​ລັດ​ເຊຍ ຈະ​​​ແນະນຳ​ບັນດາ​ຂົງ​ເຂດ​ສະບຽງ​ອາຫານ, ສິ່ງ​ແວດ​ລ້ອມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານໃນ​ພະລັງງານ, ການ​ຜະລິດອຸປະ​ກອນການ​ແພດ; ພົບ​ປະ​ແລກປ່ຽນ​ກັບ​ບັນດາເຈົ້າ​ໜ້າ​ທີ່, ບັນດາ​ການ​ເຈລະຈາ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ນັກ​ຈັດ​ຕັ້ງ ​ແລະ ຜູ້​ເຂົ້າ​ຮ່ວມ 2 ຝ່າຍ​ເຊື່ອມ​ໝັ້ນ​ກ່ຽວ​ກັບ​ປະສິດທິ​ຜົນ ​ແລະ ​ແງ່​ຫວັງ​ຂອງ​ການ​ແລກປ່ຽນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ລັດ​ເຊຍ ​ແລະ ຫວຽດນາມ ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ