ເພີ່ມທະວີການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດຢູ່ ຫວຽດນາມ

ເພີ່ມທະວີການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດຢູ່ ຫວຽດນາມ - ảnh 1
ທ່ານນາງ Pratibha Mehta, ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 1/8, ທ່ານ Huynh Dam, ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Pratibha Mehta, ຜູ້​ປະ​ສານງານ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ​ເຂົ້າ​ຢ້ຽມ​ຂຳ່ນັບ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ Huynh Dam ​ເນ​ັ້ນໜັກ​ວ່າ: ຍາມ​ໃດ ພັກ, ລັດ, ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກໍ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ ຕິດ​ພັນ​ກັບ​ການ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​​ບັນດາ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ, ປະຕິບັດ​ຄາດໝາຍ ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ, ຄວາມ​ອີ່ມ​ໜຳ​ສຳລານ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ດ້ວຍ​ບົດບາດ​ຂອງ​ຕົນ, ​ແນວ​​ໂຮມ​ປະ​ເທດ​ຊາດ​ໄດ້​ຕັ້ງໜ້າ​ຂົນ​ຂວາ​ຍບັນດາ​ອົງການ, ສ່ວຍ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ, ສະໜັບສະໜູນ, ໜູນ​ຊ່ວຍ​ຜູ້​ທຸກ​ຍາກ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ​ປະທານ Huynh Dam ຫວັງ​ວ່າ: ບັນດາ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ລັດຖະບານ, ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ນີ້ ພ້ອມ​ທັງ ອວຍພອນ​ໃຫ້​ສາຍ​ພົວພັນ​ລະຫວ່າງ 2 ຝ່າຍ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ກ່ວາ.

        ທ່ານ​ນາງ Pratibha Mehta ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ຂອງ​ສະຫະ​ຊາ​ຊາດ​ປະຈຳ​ຫວຽດນາມ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຈະເພີ່ມ​ທະວີ​ບັນດາ​ການ​ເຄື່​ອນ​ໄຫວ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ, ປັບປຸງ​ການ​ບໍລິການ​ສາທາລະນະ​ສຸກ, ການ​ສຶກສາ.​​.​. ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົ​ມ ກໍ​ຄື​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ​​ເປັນ​ຢ່າງ​ດີ.

 

 

ຂ່າວ/ບົດ​ອື່ນ