ເພີ່ມທະວີການຮ່ວມມືຄວາມໝັ້ນຄົງລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນ

(VOVWORLD) -ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ນັບມື້ນັບມີຄວາມສຳຄັນດ້ານພູມສາດການເມືອງ ແລະ ເສດຖະກິດ, ໃນນັ້ນ ອາຊຽນ ເປັນແບບຢ່າງໃຫ້ແກ່ທ່າອ່ຽງເຊື່ອມໂຍງຢູ່ພາກພື້ນ
ເພີ່ມທະວີການຮ່ວມມືຄວາມໝັ້ນຄົງລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນ - ảnh 1(ພາບປະກອບ: itasean.org)

ໃນລະຫວ່າງວັນທີ 08 – 12 ພະຈິກ, ຢູ່ນະຄອນຫຼວງ ຣົມ, ປະເທດ ອີຕາລີ, ໄດ້ດຳເນີນບັນດາກອງປະຊຸມສຳມະນາກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ ອີຕາລີ ແລະ ບັນດາປະເທດ ອາຊຽນ, ດ້ວຍວາລະປຶກສາຫາລືສຸມໃສ່ໄຈ້ແຍກສິ່ງທ້າທາຍຮ້າຍແຮງທີ່ພວມພົ້ນເດັ່ນຂຶ້ນໃນຂົງເຂດອາດຊະຍາກຳທີ່ມີການຈັດຕັ້ງ, ການກໍ່ການຮ້າຍສາກົນ, ຢາເສບຕິດ, ອາດຊະຍາກຳທາງເຄືອຂ່າຍອີນເຕີແນັດ ແລະ ການເຂົ້າເມືອງຜິດກົດໝາຍ. ຈາກນັ້ນ, ຜູ້ຕາງໜ້າບັນດາປະເທດພ້ອມກັນແລກປ່ຽນ, ເປັນເອກະພາບຕໍ່ກົນໄກຮ່ວມມືໃນການປ້ອງກັນ, ສະກັດກັ້ນບັນດາສິ່ງທ້າທາຍລວມດັ່ງກ່າວຢ່າງມີປະສິດທິຜົນ.

        ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຳມະນາ ໃນວັນທີ 08 ພະຈິກ, ທ່ານເລຂາທິການໃຫຍ່ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ Ettore Francesco Sequi ເນັ້ນໜັກວ່າ, ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ນັບມື້ນັບມີຄວາມສຳຄັນດ້ານພູມສາດການເມືອງ ແລະ ເສດຖະກິດ, ໃນນັ້ນ ອາຊຽນ ເປັນແບບຢ່າງໃຫ້ແກ່ທ່າອ່ຽງເຊື່ອມໂຍງຢູ່ພາກພື້ນ, ເຕົ້າໂຮມບັນດາພື້ນຖານເສດຖະກິດຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ດ້ວຍອັດຕາການຄ້າສາກົນນັບມື້ນັບເພີ່ມຂຶ້ນ. ອີຕາລີ ຖືການປັບປຸງການພົວພັນກັບບັນດາປະເທດ ອາຊຽນ ແມ່ນບຸລິມະສິດອັນໜຶ່ງ, ນັບທັງ 2 ຝ່າຍກໍ່ຄືໃນຂອບເຂດສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ