ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ການາດາ

ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ການາດາ - ảnh 1
( ພາບປະກອບ )

(vovworld) -     ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ​ນະຄອນ​ໂຮ່ຈີ​ນິນ ​ເວົ້າ​ສະ​ເພາະ ກັບ​ກາ​ນາ​ດາ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ທີ່​ດີງາມ, ດ້ວຍ​​ວົງ​ເງິນການ​ຄ້າ​ລະຫວ່າງ​ສ​ອງປະ​ເທດ​ບັນລຸ​ໄດ້​ກວ່າ 2 ຕື້ USD. ນີ້​ແມ່ນ​ການ​ຕີ​ລາຄາ​ລວມຂອງ​ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ Le Hoang Quan ​ແລະ ​ລັດຖະມົນຕີ​ການ​ຄ້າ​ສາກົນ ທັງ​ເປັນ​ລັດຖະມົນຕີ​ຜູ້​ຮັບຜິດຊອບ​ບັນຫາ​ອາຊີ - ປາຊີ​ຝິກ ຂອງກາ​ນາ​ດາ ທ່ານ Edward Fast. ທີ່​ການ​ເຮັດ​ວຽກ​ເມື່ອ​ຕອນ​ບ່າຍ​ວັນ​ທີ 27/8 ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ Edward Fast ປາດ​ຖະໜາ​ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ​ໂຮ​ຈີ​ນິນ​ເວົ້າ​ສະ​ເພາະ ສືບ​ຕໍ່​ມີ​ການ​ໜູນ​ຊ່ວຍຕ່າງໆ​ທີ່ຕັ້ງໜ້າກວ່າອີກໃຫ້​ແກ່​ບັນ​ດາ​ວິ​ສາ​ຫະກິດ​ຂອງ​ກາ​ນາ​ດາ ​ທີ່​ພວມ​ລົງທຶນ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ​. ຄຽງ​ຂ້າງ​ນັ້ນ, ທ່ານ Edward ຈະ​ສົ່ງ​ເສີມ ​ແລະ ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຂອງ​ກາ​ນາ​ດາ ມາ​ຫວຽດນາມ ​ເພື່ອ​ລົງທຶນ ​ແລະ ຖື​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ລົງທຶນ​ຢ່າງປອດ​ໄພ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ດີງາມ​ຫຼາຍຢ່າງ​ໃຫ້​ທັງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ