ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ລະ​ຫວ່າງ ອາຊຽນ ແລະ G7

(VOVWORLD) - ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ສະແດງການສະໜັບສະໜູນຂໍ້ລິເລີ່ມຂອງ ຍີ່ປຸ່ນ ກ່ຽວກັບການສ້າງຕັ້ງເວທີປາໄສໃໝ່ ຄາດວ່າຈະເຕົ້າໂຮມບັນດາເຈົ້າໜ້າທີ່ລັດຖະບານໜຸ່ມ ທີ່ມາຈາກບັນດາປະເທດ G7 ແລະ ອາຊຽນ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ລະ​ຫວ່າງ ອາຊຽນ ແລະ G7 - ảnh 1(ພາບ: TTXVN)

   ວັນທີ 7 ກໍລະກົດ, ກອງປະຊຸມແລກປ່ຽນລະຫວ່າງລັດຖະມົນຕີກະຊວງຍຸດຕິທຳ ອາຊຽນ ແລະ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7)  ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ ດ້ວຍຈຸດປະສົງເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ G7 ໃນຂົງເຂດກົດໝາຍ ແລະ ຕຸລາການ. ກ່າວຄຳເຫັນອັດກອງປະຊຸມ, ທ່ານລັດຖະມົນຕີກະຊວງຍຸດຕິທຳ ຍີ່ປຸ່ນ Ken Saito ໃຫ້ຮູ້ວ່າ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ສະແດງການສະໜັບສະໜູນຂໍ້ລິເລີ່ມຂອງ ຍີ່ປຸ່ນ ກ່ຽວກັບການສ້າງຕັ້ງເວທີປາໄສໃໝ່ ຄາດວ່າຈະເຕົ້າໂຮມບັນດາເຈົ້າໜ້າທີ່ລັດຖະບານໜຸ່ມ ທີ່ມາຈາກບັນດາປະເທດ G7 ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ