ເພີ່ມທະວີການຮ່ວມມືປ້ອງກັນປະເທດລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ

ເພີ່ມທະວີການຮ່ວມມືປ້ອງກັນປະເທດລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟິລິບ​ປິນ ທ່ານ Voltaire T. Gazmin ​ແລະ ​ເຈົ້າ​ຊີວິດ ບຣູ​ໄນ Hassanal Bolkiah, ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ, ມີ​ການ​ຢ້ຽມຢາມມິດຕະພາບ ຟິລິບ​ປິນ ​ແຕ່​ວັນ​ທີ 25 – 27/8 ຢ່າງ​ເປັນ​ທາງ​ການ​ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ອາ​ຊຽນ ຢູ່ ບຣູ​ໄນ​​ແຕ່​ວັນ​ທີ 27 – 30/8. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຟິລິບ​ປິນ, ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ຈະ​ມີ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ຄື: ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ປະທານາທິບໍດີ ຟິລິບ​ປິນ ຕາມ​ພິທີການ​ທູດ, ​ເຈລະຈາ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟິລິບ​ປີ Voltaire T. Gazmin. ​ແຕ່​ວັນ​ທີ 27 – 30/8, ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽດນາມ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ ອາ​ຊຽນ (ASEAN Retreat) ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນ​​ດາ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+) ຄັ້ງ​ທີ 2. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ທະ​ຫານ​ຂັ້ນ​ສູງ ຫວຽດນາມ ສະ​ແດງ​ຄວາມ​ຮັບຜິ​ດຊອບ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ກົນ​ໄກ​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ, ຜ່ານ​ເວທີ​ປາ​ໄສ​ປ້ອງ​ກັນ​ປະ​ເທດ​ຫຼາຍ​ຝ່າຍ​ພາກ​ພື້ນ ສືບ​ຕໍ່​ຢັ້ງຢືນ​ບົດບາດ, ທີ່​ຕັ້ງ ຂອງ ຫວຽດນາມ ​ໃນ​ຂອບ​ເຂດ ADMM+, ປະກອບສ່ວນ​ຮັບປະ​ກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ການພັດທະນາ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ