ເພີ່ມທະວີການຮ່ວມມືລະຫວ່າງສອງອົງການເສນາທິການ ຂອງສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ

(VOVWORLD) - ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ເຈລະຈາກັບ ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ມົງໂກນ Tsend Tsolmon ເນື່ອງໃນໂອກາດທີ່ຄະນະພວມຢູ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 14 – 18 ສິງຫາ. 
ເພີ່ມທະວີການຮ່ວມມືລະຫວ່າງສອງອົງການເສນາທິການ ຂອງສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ - ảnh 1ເພີ່ມທະວີການຮ່ວມມືລະຫວ່າງສອງອົງການເສນາທິການ ຂອງສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ (ພາບອິນເຕີແນັດ)

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາ ແລະ ເພີ່ມທະວີການພົບປະແລກປ່ຽນຄະນະການນຳປະຈຳປີ ລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ເພື່ອແບ່ງປັນບົດຮຽນການປະຕິບັດງານ ແລະ ປຶກສາຫາລືບັນດາມາດຕະການຮ່ວມມືໃນແຕ່ລະໄລຍະ; ສົມທົບກັນຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ລະຫວ່າງສອງສະພາແຫ່ງຊາດເປັນຢ່າງດີ; ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງຫ້ອງວ່າການສະພາແຫ່ງຊາດ, ເປັນຕົ້ນແມ່ນການພົບປະແລກປ່ຽນຄະນະພະນັກງານຄົ້ນຄວ້າ, ຖອດຖອນບົດຮຽນລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ