ເພີ່ມທະວີການຮ່ວມມືລະຫວ່າງສະມາຄົມຄົນຕາບອດຫວຽດນາມແລະບັນດາອົງການບໍ່ຂຶ້ນກັບລັດຖະບານ

ເພີ່ມທະວີການຮ່ວມມືລະຫວ່າງສະມາຄົມຄົນຕາບອດຫວຽດນາມແລະບັນດາອົງການບໍ່ຂຶ້ນກັບລັດຖະບານ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ຄົນ​ຕາບອດຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ດຳ​ເນີນ​ ​ໃນ​ວັນ​ທີ 16/6 ຢູ່​ຮ່າ​ໂນ້ຍ.ກ່າວ​ຄຳ​ເຫັນ​ນະທີ​ນີ້, ທ່ານ​ປະທານ​ສະມາຄົມ​ຄົນ​ຕາບອດ​ຫວຽດນາມ ກາວ​ວັນ​ແທ່ງ ປາດ​ຖະໜາ​ຢາກ​​ໄດ້​ຮັບການຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ສາກົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ສະ​ມາ​ຄົມ​ຕົນ​ຕາບອດ​ຫວຽດນາມ ​ເຄື່ອນ​ໄຫວ​ດີ​ກ່ວາ, ນຳ​ມາ​ເຊິ່ງຊີວິດ​ການ​ເປັນ​ຢູ່​ດີ​ກ່ວາ​ໃຫ້​ແກ່​ຄົນ​ຕາບອດ. ທ່ານ​ນາງ​ເລ​ຕວຽດຍຸງ ຮອງ​ຫົວໜ້າ​ກົມ​​ອຸປະກະລະສັງຄົມ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຢັ້ງຢືນ​ວ່າ: ລັດຖະບັນຫວຽດນາມ ​​ໄດ້ມີນະ​ໂຍບາຍ​ຫຼາຍ​ສະບັບ, ມີການ​​ເຄື່ອນ​ໄຫວເອົາ​ໃຈ​ໃສ່, ​ໜູນຊ່ວຍ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຄົນ​ພິການ​ເວົ້າ​ລວມ, ຄົນ​ຕາບອດ​ເວົ້າ​ສະ​ເພາະ ​ແລະ ຍາມ​ໃດກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນຊ່ວຍ​​ຄົນ​ພິການ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ບັນດາ​ວິທີ​ການ​ເພື່ອ​ພັດທະນາ​ວິທີ​ຫາ​ເງິ​ນລ້ຽງ​ຊີບໃຫ້​ແກ່​ຄົນ​ຕາບອດ ຄຽງ​ຂ້າງ​ບັນດາ​ຂະ​ແໜງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ; ຮ່ຳຮຽນ​ບັນດາ​ຮູບ​ແບບ​​ສົ່ງ​ເສີມ​ສຸຂະພາບກໍ່​ຄື​ຊີວິດ​ການ​ເປັນ​ຢູ່​ໃຫ້​​ແກ່​ຄົນ​ຕາບອດ​ຂອງ​ບາງ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ຫຼື ບັນດາ​ປະ​ເທດ​ຢູ່ໃນ​ໂລກ.

ຂ່າວ/ບົດ​ອື່ນ