ເພີ່ມທະວີການຮ່ວມມືເພື່ອເຂດແມ່ຂອງສັນຕິພາບ,ວັດທະນາຖາວອນ

ເພີ່ມທະວີການຮ່ວມມືເພື່ອເຂດແມ່ຂອງສັນຕິພາບ,ວັດທະນາຖາວອນ - ảnh 1
​(ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແມ່​ຂອງ - ລານກາ​ນ ຄັ້ງທີ 1)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ຫວາງອີ ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແມ່​ຂອງ - ລານກາ​ນ ຄັ້ງທີ 1 ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 12/11 ຢູ່​ແຂວງ ຢຸນ​ໜານ (ຈີນ). ນີ້​ແມ່ນ​ກອງ​ປະຊຸມ​ທຳ​ອິດ ມີ​ການ​ເຂົ້າ​ຮ່ວມຂອງບັນດາ​ ລັດຖະມົນຕີ​ການ​ຕ່າງປະ​ເທດຄື: ຈີນ, ມຽນມາ, ລາວ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ. ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະ​ພາບ​​ໂດຍຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ ຈະ​ຊ່ວຍ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ. ກອງ​ປະຊຸມ​ໄດ້​ອອກ​​ແຈ້ງ​ການຮ່ວມ, ຢືນຢັນຄວາມ​ປາດ​ຖະໜາ​ຢາກ​​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ ກ່ວາ​ອີກ ​ເພື່​ອ​ເຂດ​ແມ່​ຂອງ​ສັນຕິພາບ, ວັດທະ​ນາ​ຖາວອນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ຄວາມ​ໝາຍ​ຂອງ​ແມ່​ນ້ຳຂອງ ສຳລັບ​ປະຊາຊົນ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ເວົ້າລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ.ທ່ານ​ຮອງ​ນາຍົກ​ສະ​ເໜີວ່າ ການ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຜັນ​ຂະ​ຫາຍ​ບັນດາ​ໂຄງການ​ໃຫ້​ລະອຽດ, ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​​ໃຫ້​​ແກ່ປະຊາຊົນ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ທຸກ​ຝ່າຍ. ຢູ່ນອກ​ກອງ​ປະຊຸມ, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ຫວາງອີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ, 2 ຝ່າ​ຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ຈີນ.

 

ຂ່າວ/ບົດ​ອື່ນ