ເພີ່ມທະວີການຮ່ວມມືໃນພາກພື້ນ, ຊຸກຍູ້ເສດຖະກິດອາຊີພັດທະນາ

ເພີ່ມທະວີການຮ່ວມມືໃນພາກພື້ນ, ຊຸກຍູ້ເສດຖະກິດອາຊີພັດທະນາ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai
​​ແລະ ຮອງ​ນາຍົກລັດຖະມົນຕີຈີນ

(ພາບ: ອິນ​ເຕີ​ແນັດ)

( vovworld ) –   ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ເສດຖະກິດ​ປົວ​ຢາ​ວ ທີ່​ພວມ​ຈັດ​ຂຶ້ນ​ຢູ່​ໄຮ່​ໜານ ປະ​ເທດ​ຈີນ, ຕອນ​ບ່າຍ​ວັນ​ທີ 2/4, ​ໄດ້​ຈັດ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ອາ​ຊຽນ ດ້ວຍ​ຫົວ​ຂໍ້​ວ່າ: ​ເຂດ​ການ​ຄ້າ​ເສລີ​ອາຊຽນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ການ​ປຶກສາ​ຫາລື, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ຖື​ວ່າ ນັບ​ແຕ່​ປີ 1997, ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ສ້າງ​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ ຜ່ານ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ຢູ່​​ໃນ​ຫຼາຍ​ລະດັບ​ທີ່ແຕກ​ຕ່າງ​ກັນ ​​ເຊິ່ງໄດ້​ຮັບ​ການ​ເລີ່​ມຕົ້ນຈາກ​ອາ​ຊຽນ. ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ວນ​ຫຼາຍ​ ​ແມ່ນໄດ້​ຮັບ​ການ​ປະຕິບັດ​ຜ່ານ​ກົນ​ໄກ ອາ​ຊຽນ+3 ​ແລະ​ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ​ໃນ​ນັ້ນ, ອາ​ຊຽນ+3 ​ແມ່ນ​ເຄື່ອງມື​ຕົ້ນຕໍ ຊື່​ງອາ​ຊຽນ ສວມ​ບົດບາດ​ສຳຄັນ, ສົມທົບ​ກັບ​ກົນ​ໄກ​ອາ​ຊຽນ+1. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ເນັ້ນໜັກ​ວ່າ ຖ້າ​ສັນຍາ​ການ​ຄ້າ​ເສລາ​ອາຊີ​ຕາ​ເວັນ​ອອກ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ນີ້​ຈະ​ແມ່ນ​ເຂດ​ການ​ຄ້າ​ເສລີ​ໃຫ່ຍກ່ວາ​ໝູ່​ໃນ​ໂລກ ດ້ວຍ​ຕະຫຼາດມີ​ຜູ້​ຊົມ​ໃຊ້ 2 ຕື້​ຄົນ ​ແລະ GDP 10.000 ຕື້ USD. ທີ່​ການ​ປຶກສາ​ຫາລື, ບັນດາ​ຜູ້​ແທນ​ກໍ​ຍົກ​ອອກ​ບັນດາຄຳ​ເຫັນ​ກ່ຽວ​ກັບການ​ທ້ອນໂຮມ​ພາກ​ພື້ນເປັນ​ ໜື່ງດຽວ, ​ໃນ​ນັ້ນບັນດາ​ການ​ຜັນ​ແປໃນ​ໄລຍະ​ມໍ່ໆ​ມາ​ນີ້ ຢູ່​ເຂດ​ໃຊ້​ສະກຸນ​ເງິນ​ເອີ​ໂຮ ​ແມ່ນ​ບົດຮຽນ​ທີ່​ຄວນ​ເອົາ​ໃຈ​ໃສ່.

 

 

 


ຂ່າວ/ບົດ​ອື່ນ