ເພີ່ມທະວີການເຊື່ອມຕໍ່ຊ່ວຍບັນດາວິສາຫະກິດໝູນໃຊ້ເຕັກໂນໂລຊີ

(VOVWORLD) -ກອງປະຊຸມ ແລະ ງານວາງສະແດງອຸດສາຫະກຳຄັ້ງທີ 4.0 ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບກຸ່ມບໍລິສັດອຸດສາຫະກຳ SOLOMON ຈັດຕັ້ງໃນຕອນເຊົ້າວັນທີ 12 ເມສາ ຢູ່ ຮ່າໂນ້ຍ.

ເພີ່ມທະວີການເຊື່ອມຕໍ່ຊ່ວຍບັນດາວິສາຫະກິດໝູນໃຊ້ເຕັກໂນໂລຊີ - ảnh 1 ພາບປະກອບ

ຕາມບັນດາຜູ້ແທນເຂົ້າຮ່ວມເຫດການນີ້, ການປະຕິວັດຄັ້ງທີ 4 ຈະນຳມາໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ບັນດາກາລະໂອກາດທຳມາຫາກິນໃຫມ່, ພ້ອມທັງຊ່ວຍບັນດາວິສາຫະກິດຍົກສູງກຳລັງຄວາມສາມາດການຜະລິດ, ປ່ຽນໃຫມ່ຫົວຄິດປະດິດສ້າງບັນດາຜະລິດຕະພັນບໍລິການ, ຫລຸດຜ່ອນການໃຊ້ພະລັງງານ, ລາຍຈ່າຍການຜະລິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດາວງອກຈຽນ, ຮອງຫົວຫນ້າກົມເຕັກໂນໂລຊີສູງ ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຖືວ່າ: ໄລຍະນີ້ແມ່ນຮອດຈຸດເວລາ ລັດຖະບານຄວນສະແດງໃຫ້ເຫັນຢ່າງຈະແຈ້ງຈິດໃຈຂ້ຽວຂາດກວ່າ ນຳປະເທດຊາດມີບັນດາບາດກ້າວບຸກທະລກວ່າ ນຳປະເທດຊາດມີບັນດາບາດກ້າວບຸກທະລຸ.

        “ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຮ່ວມເດີນທາງກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈະພ້ອມກັບບັນດາວິສາຫະກິດຫນູນຊ່ວຍກ່ຽວກັບການຍົກສູງກຳລັງຄວາມສາມາດ, ສຳຜັດກັບການປະຕິບັດອຸດສາຫະກຳຄັ້ງທີ 4.”

ຕອບກັບ

ຂ່າວ/ບົດ​ອື່ນ