ເພີ່ມທະວີການໜູນຊ່ວຍດ້ານຍຸດຕິທຳໃຫ້ຜູ້ທຸກຍາກ

ເພີ່ມທະວີການໜູນຊ່ວຍດ້ານຍຸດຕິທຳໃຫ້ຜູ້ທຸກຍາກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸ໋ກ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: phunuonline.com.vn)


(vovworld) -     ກອງ​ປະຊຸມ​ກ່ຽວ​ກັບ​ການ​ສົມທົບ​ກັນ​ໃນ​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ຍຸດຕິ​ທຳ ​ໂດຍ​ສະມາຄົມ​ໜູນ​ຊ່ວຍ​ຍຸດຕິ​ທຳ​ໃຫ້​​ແກ່​ຄົນ​ທຸກ​ຍາກ​ຫວຽດນາມ ຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12, ຢູ່​ນະຄອນ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວງ​ຟຸ໋ກ ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຂອງ​ການ​ໜູນ​ຊ່ວຍ​ປະຊາຊົນ​ກ່ຽວ​ກັບ​ດ້ານ​ກົດໝາຍ​, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເປົ້າ​ໝາຍນະ​ໂຍບາຍ, ຜູ້​ທຸກ​ຍາກ ​ແລະ ກຸ່ມ​ຄົນ​ເປົ້າ​ໝາຍ​ຖືກ​ເສຍປຽບ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸ໋ກ  ກ່າວ​ວ່າ.

        “ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ປະຊາຊົນ​ເວົ້າ​ລວມ ​ແລະ ຄົນ​ທຸກ​ຍາກ​ເວົ້າ​ສະ​ເພາະ ​ແມ່ນ​ບັນຫາ​ຮີບ​ດ່ວນ​ເຊິ່ງລັດ ​ແລະ ສັງຄົມ​ຕ້ອງ​ເອົາ​ໃຈ​ໃສ່. ​ເພາະສະ​ນັ້ນ, ສະມາຄົມ​ໜູນ​ຊ່ວຍ​ຍຸດຕິ​ທຳ​ໃຫ້​​ແກ່​ຄົນ​ທຸກ​ຍາກ​ຫວຽດນາມ ດ້ວຍ​ຖານະ​ແມ່ນ​ສະມາຄົມ​ອາຊີບ​ຂອງ​ຜູ້​ເຮັດ​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ກົດໝາຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ​ນຳ​ເຂົ້າ​​ເຄື່ອນ​ໄຫວ​ແມ່ນ​ຈຳ​ເປັນ, ​​ແທດ​ຈິງ ​ເພື່ອ​ແບ່ງປັນ​ຄວາມຮັບຜິດຊອບ​ກັບ​ລັດ, ສັງຄົມ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ດ້ານ​ຍຸດຕິ​ທຳ​ໃຫ້​ຜູ້​ທຸກ​ຍາກ”.

ຂ່າວ/ບົດ​ອື່ນ