(vovworld) - ກອງປະຊຸມແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ 2012 (ADMM Retreat) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16/11, ຢູ່ນະຄອນ ຊຽມຣຽບ, ປະເທດກຳປູເຈຍ ດ້ວຍການເຂົ້າຮ່ວມຂອງການນຳກຳລັງປ້ອງກັນປະເທດຂອງ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ Surin Pitsuwan. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ Phung Quang Thanh ໄດ້ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມັກຄີອາຊຽນ ເພື່ອປະຊາຄົມທີ່ກົມກຽວ ແລະ ສະຫງົບປອດໄພ”, ADMM Retreat ສຸມໃສ່ຕີລາຄາ ແລະ ຢືນຢັນບັນດາຄວາມມານະພະຍາຍາມລວມໝູ່ຂອງອາຊຽນຄືນໃໝ່ ໃນຂົງເຂດຮ່ວມມືປ້ອງກັນຊາດ ປ້ອງກັນຄວາມສະຫງົບປີ 2012. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ກໍຄືບັນດາສິ່ງທ້າທາຍເຊິ່ງປະເທດ ແລະ ພາກພື້ນພວມຕ້ອງປະເຊີນໜ້າ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດພາຍໃນກຸ່ມ ເພື່ອມຸ້ງໄປເຖິງການສ້າງປະຊາຄົມອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ທີ່ກອງປະຊຸມ, ບັນດາການນຳປ້ອງກັນປະເທດອາຊຽນ ໄດ້ທົບທ້ວນຄືນບັນດາຜົນງານຢ່າງລະອຽດເຊິ່ງບັນລຸໄດ້ໃນປີ 2012 ກ່ຽວກັບການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບພາຍໃນກຸ່ມອາຊຽນ ກັບບັນດາຄູ່ຮ່ວມມືພາຍໃນ ແລະ ນອກພາກພື້ນ, ລັດຖະມົນຕີປ້ອງກັນປະເທດອາຊຽນຫຼາຍທ່ານ ກໍໄດ້ປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບ “ການເພີ່ມທະວີຄວາມສາມັກຄີອາຊຽນ ເພື່ອປະຊາຄົມທີ່ກົມກຽວ ແລະ ສະຫງົບປອດໄພ”… ຕອນບ່າຍວັນດຽວກັນ, ກອງປະຊຸມດຳເນີນທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ກັບທ່ານລັດຖະມົນຕີກະຊວງປ້ອງກັນຊາດອາເມລິກາ Leon Panetta ທີ່ພວມຢູ່ຢ້ຽມຢາມ ກຳປູເຈຍ.