ເພີ່ມທະວີຄວາມຮູ້ກ່ຽວກັບອາຊຽນເພື່ອຍູ້ແຮງວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ
ການໂອ້ລົມສົນທະນາ “ເຊື່ອມໂຍງເຂົ້າກັບສາກົນ - ບັນຫາໜຶ່ງ
ທີ່ໄດ້ວາງອອກສຳລັບຫວຽດນາມ ນັບແຕ່ປີ 2015”
(ພາບ: hochiminhcity.gov.vn)
(vovworld) – ຕອນເຊົ້າວັນທີ 06/02, ຢູ່ນະຄອນໂຮ່ຈິມິນ, ຄະນະກຳມະການປະຊາຊົນນະຄອນ ແລະ ກະຊວງການຕ່າງປະເທດ ໄດ້ດຳເນີນການໂອ້ລົມສົນທະນາ “ເຊື່ອມໂຍງເຂົ້າກັບສາກົນ - ບັນຫາໜຶ່ງທີ່ໄດ້ວາງອອກສຳລັບຫວຽດນາມ ນັບແຕ່ປີ 2015”. ທີ່ການໂອ້ລົມສົນທະນາ, ບັນດານັກປາຖະກະຖາໄດ້ແລກປ່ຽນຫຼາຍຫົວຂໍ້ກ່ຽວກັບການຕີລາຄາສະພາບແວດລ້ອມການປ້ອງກັນຄວາມສະຫງົບ - ການພັດທະນາຂອງຫວຽດນາມ; ການເຂົ້າຮ່ວມຂອງຫວຽດນາມ ໃນປະຊາຄົມອາຊຽນ ແລະ ບັນດາການເຊື່ອມຕໍ່ດ້ານເສດຖະກິດຢູ່ພາກພື້ນ ແລະ ສາກົນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າງບິ່ງມິງ ເນັ້ນໜັກວ່າ.
“ເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ມີປະສິດທິຜົນ, ເປັນເຄື່ອງມືສຳຄັນໃນວຽກງານຍູ້ແຮງການດຶງດູດການລົງທຶນຂອງຕ່າງປະເທດ, ຊ່ວຍເຫຼືອພັດທະນາ ODA, ເພີ່ມທະວີການສົ່ງອອກ, ນຳເຂົ້າ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດ. ຂ້າພະເຈົ້າຖືວ່າ, ພວກເຮົາຕ້ອງຮີບເຮັ່ງປະຕິບັດບາງວຽກງານຄື: ມານະພະຍາຍາມກວ່າອີກເພື່ອຍູ້ແຮງການປ່ຽນໃໝ່ລະບອບນະໂຍບາຍ, ສ້າງສຳເລັດນະໂຍບາຍກົດໝາຍ, ປັບປຸງກຳລັງແກ່ງແຍ້ງດ້ານເສດຖະກິດ…”