ເພີ່ມທະວີຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ

(VOVWORLD) - ທ່ານ Yoav Galant, ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ ໄດ້ຢັ້ງຢືນວ່າ: ກອງທັບປະເທດນີ້ຈະດຳເນີນການບຸກໂຈມຕີຮອບດ້ານໃສ່ເຂດ ກາຊາ ແລະ ເຂດນີ້ຈະບໍ່ສາມາດກັບຄືນສູ່ສະພາບປົກກະຕິ
ເພີ່ມທະວີຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ - ảnh 1ສະພາບການປະທະກັນຢູ່ເຂດ ກາຊາ ຍັງເພີ່ມຂຶ້ນ
(ພາບ:Getty Image)

ສະພາບການສູ້ຮົບຢູ່ເຂດ ກາຊາ ສືບຕໍ່ມີການຜັນແປທີ່ເຄັ່ງຕຶງດ້ວຍບັນດາການບຸກໂຈມຕີໂຕ້ຕອບກັນລະຫວ່າງກອງທັບ ອິດສະຣາແອນ ແລະ ຂະບວນການ ຮາມາດ. ວັນທີ 10 ຕຸລາ, ເຮືອບິນສູ້ຮົບຂອງກອງທັບ ອິດສະຣາແອນ ໄດ້ດຳເນີນບັນດາການບຸກໂຈມຕີຄັ້ງໃໝ່ ດ້ວຍບັນດາເປົ້າໝາຍອື່ນໆຢູ່ເຂດ ກາຊາ. ຂອບຂະໜາດ ບັນດາການບຸກໂຈມຕີ, ຊ້ຳບໍ່ໜຳຍັງຫຼາຍ ແລະ ນອງເລືອດກ່ວາໃນວັນທີ 9 ຕຸລາ. ອົງການສາທາລະນະສຸກຢູ່ເຂດ ກາຊາ ປະກາດ, ໃນຄ່ຳຄືນວັນທີ 10 ຕຸລາ, ການປະທະກັນໄດ້ເຮັດໃຫ້ຫຼາຍກ່ວາ 100 ຄົນເສຍຊີວິດ ແລະ ອີກປະມານ 300 ຄົນຖືກບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ. ປະຈຸບັນ, ເຂດກາຊາ ພວມຖືກປິດລ້ອມ ດ້ວຍຈຳນວນທະຫານ 100.000 ຄົນ ແລະ ລົດຫຸ້ມເກາະ, ລົດຖັງ ແລະ ປືນໃຫຍ່. ໃນຖະແຫຼງການສະບັບໜຶ່ງ, ທ່ານ Yoav Galant, ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ ໄດ້ຢັ້ງຢືນວ່າ: ກອງທັບປະເທດນີ້ຈະດຳເນີນການບຸກໂຈມຕີຮອບດ້ານໃສ່ເຂດ ກາຊາ ແລະ ເຂດນີ້ຈະບໍ່ສາມາດກັບຄືນສູ່ສະພາບປົກກະຕິ.

        ເພື່ອໂຕ້ຕອບ, ກອງພັນ al -Qassam ຂຶ້ນກັບຂະບວນການ ຮາມາດ ໄດ້ດຳເນີນການຍິງລູກສອນໄຟຄັ້ງໃຫມ່ເຂົ້າບັນດານະຄອນ ແລະ ເທດສະບານນອນໃນເຂດດິນແດນ ອິດສະຣາແອນ. ພິເສດ, ມືປື່ນນັບສິບໆຄົນຂອງກຸ່ມນີ້ສືບຕໍ່ຜ່ານຊາຍແດນເພື່ອເຂົ້າເລິກເຂດດິນແດນ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ