ເພີ່ມທະວີບົດບາດ ຂອງແມ່ຍິງ ແລະ ເດັກນ້ອຍໃນການ ຫຼຸດຜ່ອນ ຄວາມສ່ຽງ

ເພີ່ມທະວີບົດບາດ ຂອງແມ່ຍິງ ແລະ ເດັກນ້ອຍໃນການ ຫຼຸດຜ່ອນ ຄວາມສ່ຽງ - ảnh 1
ພວກນັກສຶກສາດຳເນີນຂະບວນແຫ່ເນື່ອງ​ໃນ​ໂອກາດ​ວັນ​
ຫຼຸດຜ່ອນ​ໄພທຳມະຊາດສາກົນ ຢູ່ແຂວງ ດົງທາບ


Vovworld- ​ເນື່ອງ​ໃນ​ໂອກາດ​ວັນ​ຫຼຸດຜ່ອນ​ໄພທຳມະຊາດສາກົນປີ 2012 ( 13/10), ຕອນເຊົ້າວັນທີ 12/10, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ, ສະຫະພັນແມ່ຍິງຫວຽດນາມ ແລະ ກຸ່ມບັນດາ ຄູ່ຮ່ວມມືໃນຂົງເຂດຄຸ້ມຄອງໄພທຳມະຊາດໄດ້ສົມທົບກັນຈັດຕັ້ງ ກອງປະຊຸມດ້ວຍ ຫົວເລື່ອງວ່າ “ ຈົ່ງຮັບຮູ້ກຳລັງແຮງຂອງແມ່ຍິງ ແລະ ເດັກສາວໃນການຫຼຸດຜ່ອນ ຄວາ​ມສ່ຽງ ” . ຕາມ​ຂໍ້​ມູນຂອງ ສ.ປ.ຊ, ​ແຕ່​ປີ 1990 ຫາ​ປີ 2010, ຫວຽດນາມ​ແມ່ນ​ປະ​ເທດ​ຢືນ​ອັນ​ດັບ​ທີ່ 6 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຮັບ​ຜົນ​ສະທ້ອນ​ຢ່າງ ໜັກໜ່ວງຈາກໄພທຳມະຊາດ. ​ແຕ່ລະ​ປີ, ໄພທຳມະຊາດ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 500 ຄົນ ​ແລະ ​ຖືກ​ເສຍ​ຫາຍ​ທາງ​ດ້ານ​ວັດຖຸ​ປະມານ 1,8 ຕື້ USD. ​ເພື່ອ​ຮັບ​ມື​ກັບ​ໄພທຳມະຊາດ, ​ແມ່ນ​ຄວນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ທັງ​ສັງຄົມ, ​ໃນ​ນັ້ນ​ແມ່ຍິງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​,ປະສົບ​ການ , ບົດຮຽນຫຼາຍ​ຢ່າງຊຶ່ງ​ຄວນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ​ແມ່ຍິງ​ແມ່ນ​ບັນດາ​ຜູ້​ເຮັດວຽກ​ບ້ານ​ການ​ເຮືອນ​ເພື່ອຫຼຸດຜ່ອນ​ຄວາມ​ສ່ຽງ​ເມື່ອ​ຮອດ​ຍາມ​ມີໄພທຳມະຊາດ ຄື ສະ​ສົມສະບຽງ​ອາຫານ, ຊອກ​ຫາ​ບ່ອນ​ເກັບ​ມ້ຽນຊັບ​ສົມບັດທີ່​ມີຄ່າ......​ແຕ່​ຢູ່​ຫວຽດນາມ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ກໍ​ຄື​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ໃນ​ການ​ຄຸ້ມ​ຄອງ ​ແລະ ຫຼຸດຜ່ອນ​ໄພທຳມະຊາດຍັງ​ຖືກ​ຈຳກັດ​ຢູ່. ດັ່ງ​ນັ້ນ ບັນດາ​ຄຳ​ຄິດ​ເຫັນ​ທີ່​ກອງ​ປະຊຸມ ​ໄດ້​ສະໜັບສະໜູນ​ການ​ເຂົ້າຮ່ວມຂອງແມ່ຍິງ ແລະ ເດັກນ້ອຍ ປະກອບສ່ວນ ເພີ່ມທະວີກຳລັງແຮງຂອງວົງຄະນະຍາດເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າ ອາກາດ.

 

 

ຂ່າວ/ບົດ​ອື່ນ