ເພີ່ມທະວີວຽກງານການພົວພັນຕ່າງປະເທດໃນຂົງເຂດປ້ອງກັນຊາດ

(VOVWORLD) - ຕອນເຊົ້າວັນທີ 30 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານກະຊວງການຕ່າງປະເທດ ຫວຽດນາມ ແມ່ນບັນດາຫົວໜ້າອົງການຕ່າງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດອາຍຸການ 2018 – 2021.
ເພີ່ມທະວີວຽກງານການພົວພັນຕ່າງປະເທດໃນຂົງເຂດປ້ອງກັນຊາດ - ảnh 1 ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານກະຊວງການຕ່າງປະເທດ ຫວຽດນາມ

ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ໄດ້ແນະນຳໂດຍສັງເຂບບາງຈຸດຕົ້ນຕໍກ່ຽວກັບສະພາບໜ້າທີ່, ໝາກຜົນແຫ່ງການເຄື່ອນໄຫວພົວພັນສາກົນ ກໍ່ຄືວຽກງານພົວພັນດ້ານປ້ອງກັນຊາດກັບຕ່າງປະເທດໃນໄລຍະປັດຈຸບັນ. ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ກໍ່ຍົກອອກບາງຈຸດຕົ້ນຕໍກ່ຽວກັບການກຳນົດທິດໃນວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນໄລຍະຈະມາເຖິງ ນັ້ນແມ່ນ ສືບຕໍ່ຮັກສາການພົວພັນຕ່າງປະເທດທີ່ດີກັບບັນດາປະເທດໃນກຸ່ມ ອາຊຽນ, ທັງຖືເປັນສຳຄັນການພົວພັນ 2 ຝ່າຍ, ທັງການພົວພັນຫລາຍຝ່າຍ. ພິເສດ ແມ່ນປະຕິບັດວຽກງານກະກຽມໃຫ້ປີ 2020 ເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ເປັນຢ່າງດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ