ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

(VOVWORLD) -ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.
ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
(ພາບອີນເຕີແນັດ)

ຫາງສຽງວົງການນັກການເມືອງ, ນັກຮຽນຮູ້ອາເມລິກາ ຢູ່ນະຄອນ ນິວຢອກ (ອາເມລິກາ) ສະແດງຄວາມປາດຖະໜາວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະຍົກອອກບັນດາເປົ້າໝາຍ, ການກຳນົດທິດໃຫ້ແກ່ການພັດທະນາຂອງຫວຽດນາມ ໃນອະນາຄົດ.

        ຜູ້ຕາງໜ້າຄະນະກຳມະການແລກປ່ຽນກ່ຽວກັບປະຊາທິປະໄຕ ແລະ ສັງຄົມນິຍົມ, ເຊິ່ງແມ່ນອົງການຈັດຕັ້ງຂອງບັນດານັກກອມມູນິດອາເມລິກາ, ໃຫ້ຂໍ້ສັງເກດວ່າ, ໂຄງການດຳເນີນງານຂອງຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແມ່ນເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ ແລະ ສ້າງແຫຼ່ງບັນດານໃຈ ຍ້ອນກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

        ໃນຂະນະນັ້ນ, ທ່ານ Max Elbaum, ຜູ້ປະສານງານອົງການຈັດຕັ້ງ Organizing Upgrade, ເຊິ່ງແມ່ນເວທີປາໄສປອດກຳໄລ ໄດ້ແບ່ງປັນນ້ຳໃຈສາມັກຄີກັບພັກກອມມູນິດຫວຽດນາມ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈົ່ງປະສົງຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ