(VOVWORLD) -ວັນທີ 13 ພຶດສະພາ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖະແຫຼງວ່າ ເຢຍລະມັນ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຝະລັ່ງ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ ຄົນໃໝ່ ຂອງ ຝະລັ່ງ Emmanuel Macron
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: AP) |
ແລະ 2 ປະເທດ ຈະເຮັດທຸກວຽກງານ ເພື່ອສ້າງນະໂຍບາຍ ເອີລົບ ເປັນຮູບປະທຳ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຍົກອອກຖະແຫຼງການນີ້ ເມື່ອທ່ານປະທານາທິບໍດີ Emmanuel Macron ພວມກະກຽມຢ້ຽມຢາມຕ່າງປະເທດທຳອິດເຖິງ ເຢຍລະມັນ. ຕາມແຜນການ ພາຍຫລັງພິທີສາບານຕົວ ດຳລົງຕຳແໜ່ງໃນວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ Emmanuel Macron ຈະມີການຢ້ຽມຢາມຕ່າງປະເທດທຳອິດເຖິງ ເຢຍລະມັນ.