ເຢຍລະມັນຄັດຄ້ານບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ລັດເຊຍ

ເຢຍລະມັນຄັດຄ້ານບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ລັດເຊຍ - ảnh 1
ທ່ານນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
photo:new.go.vn


(vovworld) - ວັນ​ທີ 26/3, ທ່ານນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້​ຢືນຢັນ​ວ່າ: ວິ​ກິດ​ການ​ຢູ່ ຢູ​ແກຼນ ຄວນ​ແກ້​ໄຂ​ຜ່ານ​ບັນດາ​ມາດ​ຕະການ​ການ​ເມືອງ ​ແທນ​ທີ່​ຈັດ​ວາງ​ການ ລົງ​ໂທດ​ເສດຖະກິດ​ຕື່ມ​ອີກ​​ຕໍ່ ລັດ​ເຊຍ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າ​ວກ່ຽວ​ກັບ​ນະ​ໂຍບາຍ​ປະຈຸ​ບັນ​ຂອງ​ເຢຍລະ​ມັນ​ສຳລັບ​ລັດ​ເຊຍ, ທ່ານ​ນາງ​ນາຍົກລັດ​ຖະມົນຕີ ​ເຢຍລະ​ມັນ Merkel ຊີ້​ແຈ້ງວ່າ: ສະຫະພາບ​ເອີ​ລົບ​ (EU) ​ໄດ້​ນຳ​ໃຊ້​ຄຳ​ສັ່ງ​ ລົງ​ໂທດ ​ລະດັບ 2 ສຳລັບ​ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອີ​ຢູ ຍັງ​ບໍ່​ທັນ​ນຳ​ໃຊ້ການ​ ລົງ​ໂທດ ລະດັບ 3 ນັ້ນ​ແມ່ນ: ລົງ​ໂທດ​ດ້ານ​ເສດຖະກິດ, ​ເວັ້ນ​ເສຍ​ແຕ່​ບັນດາ​ຜະລິດ​ຕະພັນ​ຢູ່ Crimea. ​ໃນ​ຂະນະ​ນັ້ນ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດຫລາຍ​ທ່ານ​ຂອງ ​ເຢຍລະ​ມັນ ຖື​ວ່າ: ການ​ ລົງ​ໂທດລະດັບ 3 ສຳລັບ​ລັດ​ເຊຍ ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ພື້ນຖານ​ເສດຖະກິດ ​ເຢຍລະ​ມັນ. ວົງ​ເງິນ​ການ​ຄ້າ ​ເຢຍລະ​ມັນ - ລັດ​ເຊຍ ປີ 2013 ບັນລຸ​ໄດ້ 76 ຕື້ ​ເອີ​ໂຣ ​ປະຈຸ​ບັນ ມີ​ບໍລິສັດ​ເຢຍລະ​ມັນ​ປະມານ 6000 ​ແຫ່ງ​ພວມ​ລົງທຶນ ​ແລະ ຮ່ວມ​ມື​ກັບ​ລັດ​ເຊຍ. ​ແລະ ມີ​ຄົນ​ງານ 300.000 ຄົນ​ແມ່ນ​ອີງ​ໃສ່​ການ​ພົວພັນ​​ເສດຖະກິດກັບ​ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ