ເຢຍ​ລະ​ມັນ​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ຂອງ ອິດ​ສະ​ລາ​ແອັນ

(VOVWORLD) -ວັນທີ 10 ຕຸລາ, ກ່າວຄຳເຫັນເນື່ອງໃນໂອກາດການຢ້ຽມຢາມ ອິດສະລາແອັນຢ່າງເປັນທາງການ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຢັ້ງຢືນວ່າ ບັນຫາຄວາມໝັ້ນຄົງຂອງ ອິດສະລາແອັນ ຍາມໃດກໍ່ມີຄວາມສຳຄັນ ແລະ ແມ່ນຫົວຂໍ້ໃຈກາງ ສຳລັບ ທຸກລັດຖະບານ ຢູ່ ເຢຍລະມັນ.

ເຢຍ​ລະ​ມັນ​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ຂອງ ອິດ​ສະ​ລາ​ແອັນ - ảnh 1ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett  (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ອິດສະລາແອນ ໃນຖານະແມ່ນແຂກຖືກເຊີນ, ທ່ານນາງ Angela Merkel ເນັ້ນໜັ້ກວ່າ ການພົວພັນລະຫວ່າງ ເຢຍລະມັນ ແລະ ອິດສະລາແອັນ ບໍ່ພຽງແຕ່ກ່ຽວຂ້ອງເຖິງບັນດາບັນຫາໃນອະດີດຕະການ ເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງວິໄສທັດໃນອະນາຄົດລະຫວ່າງສອງປະເທດອີກດ້ວຍ.

ທີ່ການປະຊຸມຖະແຫຼງຂ່າວລວມ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Naftali Bennett ຢັ້ງຢືນວ່າ ການພົວພັນສອງຝ່າຍ ລະຫວ່າງ ອິດສະລາແອັນ ແລະ ເຢຍລະມັນ ໄດ້ພັດທະນາຢູ່ລະດັບສູງທີ່ສຸດ ໃນໄລຍະການນຳພາຂອງ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ໃນໄລຍະຈະມາເຖິງ, ອິດສະລາແອັນມີຄວາມ ປາດຖະໜາ ຢາກເພີ່ມທະວີການພົວພັນ ກັບ ເຢຍລະມັນໃນບັນດາຂົງເຂດດ້ານເສດຖະກິດ, ວິທະຍາສາດ, ການສຶກສາ, ສາທາລະນະສຸກ ແລະ ຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ