ເຢຍລະມັນຮັບຮອງເອົາໝວດກົດໝາຍທີ່ສອງກ່ຽວກັບຊາວອົບພະຍົບ

ເຢຍລະມັນຮັບຮອງເອົາໝວດກົດໝາຍທີ່ສອງກ່ຽວກັບຊາວອົບພະຍົບ - ảnh 1
(ພາບປະກອບຈາກ Getty)

(vovworld) –  ວັນ​ທີ 25/2, ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ​ໄດ້​ຮັບຮອງ​ເອົາ​ໝວດ​ກົດໝາຍ​ທີ່​ສອງ​ກ່ຽວ​ກັບ​ຊາວ​ອົບ​ພະຍົບ. ​ແຕ່ຕໍ່​ໄປນີ້, ຊາວ​ອົບ​ພະຍົບເຂົ້າ​​ເມືອງ​​ເຂົ້າ ​ເຢຍລະ​ມັນ ຈະ​ໄດ້​ຮັບ​ການຈຳ​ແນ​ກ ​ແລະ ສິດຜົນ​ປະ​ໂຫຍ​ດຂອງ​ບັນດາ​ກຸ່ມ​ຊາວ​ອົບ​ພະຍົບນີ້ກໍ່ຈະ​ແຕກ​ຕ່າງ​ກັນ. ຕາມ​ກົດໝາຍ​ແລ້ວ, ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ ​ເຢຍລະ​ມັນ ​ໄດ້​ຮັບ​ການ​ຈຳ​ແນ​ກ​ເພື່ອ​ກຳນົດ​ວ່າ: ​ເປົ້າ​ໝາຍ​ໄດ້​ຮັບ​ຖື​ວ່າ “ບໍ່​​ເປັນອັນຕະລາຍກ່ອນໝູ່​ໝົດ”, ​ເຂົາ​ເຈົ້າ​ຈະ​ໄດ້​ສົ່ງ​ເຖິງ​ບັນດາ​ຮາກ​ຖານ​ພິ​ເສດ, ສຳ​ເນົາ​ເອກະສານ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ວ່ອງ​ໄວ.  ​ໃນ​ໄລຍະ​ທີ່​ພັກ​ອາ​ໄສ​ຢູ່ ​ເຢຍລະ​ມັນ, ບັນດາ​ບຸກຄົນ​ດັ່ງກ່າວ​ບໍ່​ໄດ້​ເລືອກ​ບ່ອນຢູ່​ໂດຍ​ເສລີ. ຊາວ​ອົບ​ພະຍົບ​ຜູ້​ທີ່ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ອຸດໜູນ​ຕາມ​ປົກກະຕິ​ແມ່ນ​ບັນດາ​ຜູ້​ທີ່​ບໍ່​ນອນ​ໃນ​ເປົ້າ​ໝາຍ​ຮັບ​ຖານະ​ເປັນ​ຊາວ​ລົບ​ໄພ​ຕາມ​ສົນທິສັນ​ຍາ ​ເຊີ​ແນວ, ​ແຕ່​ບໍ່​ອາດ​ຖືກ​ສົ່ງ​​ກັບ​ຄືນ​ບ້ານ​ເກີ​ດ​ເມືອງ​ນອນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ໄພ​ອັນ​ຕະລາຍ​ທີ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການທໍລະມານ ຫຼື ປະຫານ​ຊີວິດ. ​ເຂົາ​ເຈົ້າ​ຈະ​ໄດ້​ສະໜອງ​ບັດ​ພັກອາ​ໄສ​ເຊິ່ງ​ມີ​ກຳນົດເວລາ​ແມ່ນ 1 ປີ ​ແລະ ສາມາດຕໍ່​ກຳນົດ​ເວລາ​ໃນ​ແຕ່ລະ​ປີ. ພາຍຫຼັງ 2 ປີ​ເຂົາ​ເຈົ້າ​ຈະ​ໄດ້​​ຮັບ​ເອົາ​ຄອບຄົວ​ຢູ່​ນຳ​. ຕາມ​ກົດໝາຍ​ສະບັບ​ໃໝ່, ຖ້າ​ຫາກ​ຊາວ​ອົບ​ພະຍົບ ​ໄປ​ເຢຍລະມັນ ​ໄດ້ຮຽນຊຸດ​ບຳລ​ຸງສ້າງ​ວິຊາ​ຊີບ​ສຳ​ເລັດຈະ​ໄດ້​ເຮັດ​ວຽກ​ຢູ່ ​ເຢຍລະ​ມັນ ຢ່າງ​ໜ້ອຍ​ສຸດ​ແມ່ນ 2 ປີ. ບັນດາ​ຊຸດ​ຮຽນໂດ​ຍລັດ​ຈ່າຍ​ເງິນ​ໃຫ້​ເກືອບ​ທັງ​ໝົດ, ຊາວອົບ​ພະຍົບພຽງ​ແຕ່​ປະກອບຕື່ມ 10 ​ເອີ​ໂຣ/​ເດືອນ ​ເທົ່າ​ນັ້ນ.


ຂ່າວ/ບົດ​ອື່ນ