ເລຂາທິການໃຫຍ່ NATO ຮຽກຮ້ອງເພີ່ມທະວີກຳລັງແຮງຂອງສຳພັນທະມິດການທະຫານ

(VOVWORLD) -ເດືອນກຸມພາປີ 2023, ລັດເຊຍ ໄດ້ຢຸດຕິການເຂົ້າຮ່ວມສົນທິສັນຍາ ຈຳກັດອາວຸດບຸກໂຈມຕີຍຸດທະສາດ (New START), ເອກະສານສຸດທ້າຍໂດຍກຳນົດຈຳນວນອາວຸດນິວເຄຼຍ ລະຫວ່າງ ອາເມລິກາແລະລັດເຊຍ.
 
ເລຂາທິການໃຫຍ່  NATO ຮຽກຮ້ອງເພີ່ມທະວີກຳລັງແຮງຂອງສຳພັນທະມິດການທະຫານ - ảnh 1ທ່ານ Jens Stoltenberg ເລຂາທິການໃຫຍ່ NATO. ພາບ: AFP/TTXVN

ວັນທີ 10 ພະຈິກ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໄດ້ຮຽກຮ້ອງເພີ່ມທະວີກຳລັງແຮງຂອງສຳພັນທະມິດການທະຫານນີ້ ໃນສະພາບການທຸກກົນໄກຄວບຄຸມອາວຸດຕົ້ນຕໍແມ່ນບໍ່ຄົງຕົວແລ້ວ. ຕາມຫົວຫນ້າ ອົງການ NATO ແລ້ວ, ລັດເຊຍ ໄດ້ຖອນອອກຈາກທຸກສົນທິສັນຍາຄວບຄຸມອາວຸດທີ່ສຳຄັນ.

ກ່ອນຫນ້ານັ້ນ ເດືອນກຸມພາປີ 2023, ລັດເຊຍ ໄດ້ຢຸດຕິການເຂົ້າຮ່ວມສົນທິສັນຍາ ຈຳກັດອາວຸດບຸກໂຈມຕີຍຸດທະສາດ (New START), ເອກະສານສຸດທ້າຍໂດຍກຳນົດຈຳນວນອາວຸດນິວເຄຼຍ ລະຫວ່າງ ອາເມລິກາແລະລັດເຊຍ.

ການກະທຳດັ່ງກ່າວແມ່ນດຳເນີນໃນສະພາບການພົວພັນລະຫວ່າງລັດເຊຍ ແລະເອີລົບ ເກີດຄວາມເຄັ່ງຕຶງ ພິເສດ ນັບແຕ່ເມື່ອເກີດການປະທະກັນ ລະຫວ່າງລັດເຊຍແລະຢູແກຼນ ແຕ່ເດືອນ ກຸມພາປີກາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ