ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫວຽດ​ນາມຫງວຽນ​ຝູ​ຈ້ອງພົບ​ປະ​ກັບຄະ​ນະຜູ້​ແທນແບບ​ຢ່າງ​ທີ່ກ້າວ​ໜ້າ​ທົ່ວ​ປະ​ເທດໃນ​ການ​ກໍ່​ສ້າງ​ພື້ນ​ຖານ​​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດໃຫ້​​ເຂັ້ມ​ແຂງ

(VOVWORLD) -ການພົບປະຄະນະແບບຢ່າງທີ່ກ້າວໜ້າທົ່ວປະເທດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງໄດ້ຕີລາຄາສູງຕໍ່ຄວາມໝາຍການພົບປະຄັ້ງນີ້. 

ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ​ຫວຽດ​ນາມຫງວຽນ​ຝູ​ຈ້ອງພົບ​ປະ​ກັບຄະ​ນະຜູ້​ແທນແບບ​ຢ່າງ​ທີ່ກ້າວ​ໜ້າ​ທົ່ວ​ປະ​ເທດໃນ​ການ​ກໍ່​ສ້າງ​ພື້ນ​ຖານ​​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດໃຫ້​​ເຂັ້ມ​ແຂງ - ảnh 1 ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ

(ພາບ: TTXVN)

ພິເສດແມ່ນໄດ້ດຳເນີນໃນສະພາບການທີ່ທົ່ວປະເທດພວມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ30 ປີ ແຫ່ງວັນບຸນທົ່ວປະເທດປ້ອງກັນຊາດ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະພວມຍູ້ແຮງວຽກງານການຮ່ຳຮຽນ,ປະຕິບັດຕາມແບບຢ່າງອັນໃສແຈ້ງ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດຫວຽດນາມເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາທີ່ເຂັ້ມແຂງຕື່ມອີກ, ສົມກັບຖານະບົດບາດທີ່ຕັ້ງໃນເວທີສາກົນ.

        ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງມີຄວາມປາດຖະໜາຢາກໃຫ້ບັນດາແບບຢ່າງກ້າວໜ້າອອກແຮງຮ່ຳຮຽນໃຫ້ມີຄວາມກ້າວໜ້າແລະມີຜົນສຳເລັດກວ່າອີກເພື່ອໃຫ້ຫຼາຍຄົນໄດ້ຮຽນຮູ້, ປະຕິບັດຕາມ ເຮັດໃຫ້ຂະບວນການແຂ່ງຂັນຂອງປະເທດຊາດຫວຽດນາມນັບມື້ນັບຮຸ່ງເຮືອງເຫຼືອງເຫຼື້ອມ; ເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈສູງ, ກອງທັບແລະປະຊາຊົນທົ່ວປະເທດຈະສືບຕໍ່ສ້າງຜົນງານໄດ້ຫຼາຍຢ່າງໃນພາລະກິດການປັບປຸງປົວແປງດ້ານປ້ອງກັນຊາດ, ປົກປັກຮັກສາແລະສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ