ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ - ảnh 1
ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron
(vovworld) – ຕອນຄຳ່​ວັນ​ທີ 22/1, ຕາມ​ເວລາ​ ຫວຽດນາມ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄປ​​ເຖິງ ລອນ​ດອນ ​ເລີ່​ມຕົ້ນ​ການຢ້ຽມຢາມ​ ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 22 – 24/1, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron. ພາຍຫຼັງ​ພິທີ​ຕ້ອນຮັບ​ຄະນະ​ທີ່​ທຳນຽບນາຍົກລັດຖະມົນຕີ ​ອັງກິດ, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ເຈລະ​ຈາ. ການ​ນຳ​ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ກ່ວາ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ: ການ​ຄ້າ, ການ​ເດີນ​​ທະ​ເລ, ການ​ເງິນ​ທະນາຄານ, ການ​ສຶກສາ.​.​.​ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​​ໃຫ້ຂຶ້ນ​ເຖິງ 4 ຕື້ USD ​ໃນ​ປີ 2013 ນີ້. ພາຍຫຼັງ​ການ​ເຈລະຈາ, ທ່າ​ນ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ ອັງກິດ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເປັນ​ສັດ​ຂີ​ພິຍານ​ພິທີ​ສະ​ເໜີ​ຕົວ ​ແລະ ພົບ​ປະ​ກັບ​ຄະນະ​ການ​ນຳ “​ເຄືອ​ຂ່າຍ​ບັນ​ດາ​ເພື່ອນ​ມິດ​ຫວຽດນາມ” ​ໂດຍ​​ຊາວ ອັງກິດ ຜູ້​ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ ຫວຽດນາມ ສ້າງ​ຕັ້ງ​ຂຶ້ນ.
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ - ảnh 2
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂອ້​ລົມ​ກັບ​ພະນັກງານ, ພາລະກອນ​ສະຖານທູດ

ເມື່ອ ​ໂອ້​ລົມ​ກັບ​ພະນັກງານ, ພາລະກອນ​ສະຖານທູດ, ຜູ້​ຕ່າ​ງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ບັນດາ​ເພື່ອນ ອັງກິດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້​ຮູ້​ວ່າ:

“ມື້​ນີ້ ມາ​ຢ້ຽມຢາມ ລາຊະ​ອານາຈັກ ອັງ​ກິດ, ຂ້າພະ​ເຈົ້າ​ມີ​ຄວາມ​ໂຊກ​ດີ​ທີ່​ໄດ້​ພົບ​ປະ​ກັບ​ພວກ​ເພື່ອນ. ພິ​ເສດ, ​​ແມ່ນໄດ້​ເປັນ​ສັກຂີ​ພິຍານ​ພິທີ​ສະ​ເໜີ​ຕົວ​ເຄືອ​ຂ່າຍ​ບັນ​ດາ ​ເພື່ອນ​ມິດ​ທີ່​ມີ​ຄວາມຮັກ​ແພງຫວຽດນາມ ດ້ວຍ​ການ​ເຄື່ອນ​ໄຫວ​ແທດ​ຈິງ ຍາມ​ໃດ​ກໍ່​ອວ່າຍໜ້າ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ. ພວກ​ຂ້າພະ​ເຈົ້າຂໍ​ຊົມ​ເຊີຍ​ບັນ​ດາ​ຜົ​ນງານ​ເຊິ່ງພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອັງກິດ​ບັນ​ລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ.”

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ: ພະນັກງານ, ພາລະກອນ​ສະຖານທູດ ​ແລະ ຊາວ ຫວຽດນາມ ອາ​ໄສ ຢູ່ ອັງກິດ, ບັນດາ​ນັກຮຽນ, ນັກ​ສຶກສາ ທີ່​ພວມ​ຮຳ່ຮຽນ ຢູ່ ອັງ​ກິດ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຍາ​ມ​ໃດ​ກໍ່ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.

ກ່ອນ​ໜ້າ​ນັ້ນ, ພາຍຫຼັງ​ເດີ​ນທາງ​ອອກ​ຈາກ​ນະ​ຄອນ​ຫຼວງ Roma, ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສ. ອີ​ຕາ​ລີ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Giorgio Napolitano,  ​ແຕ່​ວັນ​ທີ 20 – 22/1, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ສານ​ຂອບ​ໃຈ​ທ່ານ ປະທານາທິບໍດີ Giorgio Napolitano, ​ແລະ ຢັ້ງຢືນ​ວ່າ ການ​ຢ້ຽມຢາມ ອີ​ຕາ​ລີ ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ຢ່າງ​ເລີກ​ເຊິ່ງ ​ໃຫ້​ແກ່​ທ່ານກ່ຽວ​ກັບ​ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ