ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພະ​ນັກ​ງານ​ຮາກ​ຖານ​ມີ​ຄວາມ​ໝາຍ​ຕັດ​ສິນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ຢ່າງ​ຖືກ​ຕ້ອງ

(VOVWORLD) - ພະນັກງານຂັ້ນຮາກຖານ ແລະ ຄຸນນະພາບພະນັກງານມີຄວາມໝາຍຕັດສິນໃນການປະຕິບັດນະໂຍບາຍໃຫ້ຖືກຕ້ອງ, ພ້ອມທັງຊີ້ແຈ້ງວ່າ ປັດຈຸບັນປະເທດພວມກ້າວເຂົ້າສູ່ໄລຍະໃໝ່ໃນສະພາບການຍູ້ແຮງການແບ່ງຂັ້ນແບ່ງສິດໄປຮອດຂັ້ນຮາກຖານ.
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພະ​ນັກ​ງານ​ຮາກ​ຖານ​ມີ​ຄວາມ​ໝາຍ​ຕັດ​ສິນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ຢ່າງ​ຖືກ​ຕ້ອງ - ảnh 1ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 5 ມີນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະຈັດຕັ້ງສູນກາງກ່ຽວກັບບັນດາມາດຕະການຍົກສູງຄຸນນະພາບຖັນແຖວພະນັກງານຂັ້ນຮາກຖານ.

ສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພະນັກງານຂັ້ນຮາກຖານ ແລະ ຄຸນນະພາບພະນັກງານມີຄວາມໝາຍຕັດສິນໃນການປະຕິບັດນະໂຍບາຍໃຫ້ຖືກຕ້ອງ, ພ້ອມທັງຊີ້ແຈ້ງວ່າ ປັດຈຸບັນປະເທດພວມກ້າວເຂົ້າສູ່ໄລຍະໃໝ່ໃນສະພາບການຍູ້ແຮງການແບ່ງຂັ້ນແບ່ງສິດໄປຮອດຂັ້ນຮາກຖານ, ເພາະສະນັ້ນ ການຍົກສູງຄຸນນະພາບພະນັກງານຂັ້ນຮາກຖານມີຄວາມໝາຍຕັດສິນໃນວິວັດການພັດທະນາຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

ອົງຄະນະພັກທຸກຂັ້ນກຳນົດການຍົກສູງຄຸນນະພາບພະນັກງານຂັ້ນຮາກຖານແມ່ນຂອດບຸກທະລຸໃນການຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳອຳນາດ, ກຳລັງແຮງຕໍ່ສູ້ຂອງອົງການພັກ ແລະ ປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງບໍລິຫານລັດຂອງທ້ອງຖິ່ນ, ນຳເນື້ອໃນນີ້ເຂົ້າໃນໂຄງການປະຕິບັດງານທັງອາຍຸການ, ປະຈຳປີ, ແຜນການກວດກາ, ຕິດຕາມກວດກາ. ຄະນະກຳມະການປະຊາຊົນ ທຸກຂັ້ນ, ບັນດາອົງການພາຍໃນ, ພາກສ່ວນຈັດຕັ້ງອົງຄະນະພັກສົມທົບກັນສ້າງກອບກຳລັງຄວາມສາມາດຕຳແໜ່ງເຮັດວຽກ, ຖັນແຖວພະນັກງານ, ລັດຖະກອນຢູ່ຂັ້ນຮາກຖານ ສຳຫຼວດກວດຄືນ, ຈັດແບ່ງຖັນແຖວທີ່ພວມມີຢູ່ແລ້ວຄືນໃໝ່, ກຳນົດບ່ອນຫວ່າງກ່ຽວກັບຄວາມສາມາດ, ແຜນການບຳລຸງສ້າງຕາມວິວັດການ.

ຕອບກັບ

ຂ່າວ/ບົດ​ອື່ນ