ເລຂາທິການໃຫຍ່ສະຫະປະຊາຊາດກ່າວປະນາມບັນດາເຫດວາງລະເບີດຢູ່ອາຮັບບີ ຊະອຸດິ

ເລຂາທິການໃຫຍ່ສະຫະປະຊາຊາດກ່າວປະນາມບັນດາເຫດວາງລະເບີດຢູ່ອາຮັບບີ ຊະອຸດິ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – Moon
(ພາບ: EPA/TTXVN)

(vovworld) – ​ ວັນ​ທີ 05/07, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – Moon ​ໄດ້​ກ່າວ​ປະນາມ​ບັນດາ​​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ທີ່​ດຳ​ເນີນ​ຢູ່ 3 ນະຄອນ​ຂອງ ອາຣັບບີ ຊະ​ອຸ​ດິ ​ໃນ​ວັນ​ທີ 04/07, ​ເຮັດ​​ໃຫ້ນ​ພະນັກງານ​ປ້ອງ​ກັນ​ຄວາມ​ສະຫງົບ​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 4 ຄົນ ​ແລະ ຫລາຍ​ຄົນ​ຮັບ​ບາດເຈັບ. ​ໃນ​ຖະ​ແຫຼ​ງການ​​ໂດຍຫ້ອງການ​ໂຄສົກ​ຍົກ​ອອກ​ໃນ​ວັນ​ທີ 05/07, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – Moon ຢືນຢັນ​ວ່າ: ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ​ດັ່ງກ່າວ ​ແມ່ນ​ຊົ່ວ​ຮ້າຍ​ສາມານ ​ແລະ ຕ່ຳ​ຊ້າ ເມື່ອ​​ເລັ່ງໃສ່ສາມັນ​ຊົນ​ ພວມກະກຽມ​ພິທີ​ສິ້ນ​ສຸດ​ເດືອນ Ramada. ທ່ານ Ban Ki – Moon ກໍ່​ສົ່ງ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫລົດ​ໃຈ​ເຖິງ​ຄອບຄົວ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ, ​ເຖິງລັດຖະບານ ​ແລະ ປະຊາຊົນ ອາຣັບບີ ຊະ​ອຸ​ດິ, ພ້ອມທັງ ຫວັງ​ວ່າ: ບັນດາ​ຜູ້​ວາງລະ​ເບີດ​ຈະ​ຖືກພິພາກ​ສາ​​ໂດຍ​ໄວ. ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່​ມທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງສາກົນ ​ແລະ ພາກ​ພື້ນ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ລັດທິ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ