ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ:ສານແມ່ນອົງການສຳຄັນໃນການປົກປ້ອງຄວາມຍຸດຕິທຳ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະກຳມະການພັກ, ການນຳຫຼັກແຫຼ່ງສານປະຊາຊົນສູງສຸດ
(ພາບ: TTXVN)
|
(vovworld) – ຕອນເຊົ້າ ວັນທີ 20/03 ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກຄອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໄດ້ມີການເຮັດວຽກກັບຄະນະກຳມະການພັກ, ການນຳຫຼັກແຫຼ່ງສານປະຊາຊົນສູງສຸດກ່ຽວກັບວຽກງານສານ ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຂອງພັກຄັ້ງທີ 11 ມາຮອດປະຈຸບັນ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງ ທີ່ຕັ້ງ ແລະ ບົດບາດຂອງສານປະຊາຊົນໃນຊຸມປີທີ່ຜ່ານມາ ແມ່ນອົງການສຳຄັນໃນການປົກປ້ອງປົກປ້ອງຄວາມຍຸດຕິທຳ, ປົກປ້ອງສິດທິມະນຸດ, ປົກປ້ອງລະບອບກົດໝາຍສັງຄົມນິຍົມ. ເມື່ອເຕື້ອງເຖິງບັນດາໜ້າທີ່ຈຸດສຸມທີ່ຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ : ຄວນສືບຕໍ່ເພີ່ມທະວີການໂຕ້ຄວາມຢ່າງເປີດເຜີຍ, ປະຊາທິປະໄຕ, ປະກອບສ່ວນຈຳກັດການຕັດສິນລົງໂທດ ບໍ່ຖືກຕ້ອງ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ສານຂັ້ນຕ່າງໆຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ໃນນັ້ນ ເອົາໃຈໃສ່ຍົກອອກການພິພາກສາບັນດາກໍລະນີ ສໍ້ຫຼາດບັງຫຼວງຂະໜາດໃຫຍ່ ເຊິ່ງຄະນະຊີ້ນໍາສູນກາງໄດ້ຊີ້ນຳກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ. ທ່ານເລຂາທິການໃຫຍ່ ກໍ່ຍັງໄດ້ເນັ້ນໜັກເປັນພິເສດເຖິງວຽກງານກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ເປັນຕົ້ນແມ່ນຖັນແຖວພິພາກສາຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນສະພາບການໃໝ່.