ເລຂາທິການໃຫຍ່ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
(ພາບ: noichinh)
(vovworld) - ຕອນເຊົ້າວັນທີ 28/12, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທີ່ກອງປະຊຸມຄັ້ງນີ້, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ປຶກສາຫາລື, ໃຫ້ຄຳເຫັນໃສ່ບັນດາເນື້ອໃນຄື: ຄວາມຄືບໜ້າຂອງການປະຕິບັດຂໍ້ສະຫຼຸບຂອງເລຂາທິການໃຫຍ່, ຫົວໜ້າຄະນະຊິ້ນຳທີ່ກອງປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳ; ບົດລາຍງານຂອງຄະນະຊີ້ນຳກ່ຽວກັບສະພາບການ, ໝາກຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2015 ແລະ ທິດທາງ, ໜ້າທີ່ປີ 2016; ບົດລາຍງານສະຫຼຸບ 3 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ໂຄງການຈຸດສຸມປີ 2016 ຂອງຄະນະຊີ້ນຳພ້ອມກັບບາງເນື້ອໃນທີ່ກ່ຽວຂ້ອງອື່ນໆ.