ເລີ່ມບັນດາການເຄື່ອນໄຫວບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງປີ 2018

(VOVWORLD) - ຢູ່ວິຫານບູຊາເຈົ້າຊີວິດ ລາກລອງກວນ ເທິງພູ ຊິມ ແລະ ຢູ່ວິຫານພະແມ່ ເອົາເກີ ເທິງພູ ວັນ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດວິຫານຮູ່ງ...

ເລີ່ມບັນດາການເຄື່ອນໄຫວບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງປີ 2018 - ảnh 1

 ເລີ່ມບັນດາການເຄື່ອນໄຫວໃນລາຍການບູຊາເຈົ້າຊີວິດຮູ່ງ

(ພາບ: SGGP)

ວັນທີ 21 ເມສາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮູ່ງ, ແຂວງ ຟູ໋ເທາະ, ເລີ່ມດຳເນີນບັນດາການເຄື່ອນໄຫວນອນໃນລາຍການບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງປີຈໍ 2018. ຢູ່ວິຫານບູຊາເຈົ້າຊີວິດ ລາກລອງກວນ ເທິງພູ ຊິມ ແລະ ຢູ່ວິຫານພະແມ່ ເອົາເກີ ເທິງພູ ວັນ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດວິຫານຮູ່ງ, ໄດ້ຈັດຕັ້ງພິທີບູຊາເຈົ້າຊີວິດ ລາກລອງກວນ ແລະ ຖະຫວາຍທູບທຽນອາໄລຫາພະແມ່ ເອົາເກີ.

        ກ່ອນໜ້ານັ້ນ, ຢູ່ ວິຫານບູຊາເຈົ້າຊີວິດ ລາກລອງກວນ ໄດ້ດຳເນີນພິທີບູຊາ ໂດຍກອງບູຊາ ຕາແສງ ຈູຮ໋ວາ (ນະຄອນ ຫວຽດຈີ່) ປະຕິບັດຢ່າງສົມກຽດ ຕາມພິທີການທີ່ເປັນມູນເຊື້ອ.

        ແລະກໍ່ໃນວັນດຽວກັນ, ຄະນະຈັດຕັ້ງພິທີບູຊາເຈົ້າຊີວິດຮູ່ງ - ງານບຸນ ວິຫານ ຮູ່ງ ປີ 2018 ໄດ້ຈັດຕັ້ງບັນດາການເຄື່ອນໄຫວຄື: ວາງສະແດງເອກະສານ, ວັດຖຸພັນ ດ້ວຍຫົວຂໍ້ວ່າ “ງານບຸນ ແລະ ການເຫຼື້ອມໃສເຂດດິນແດນບັນພະບູລຸດ” ຢູ່ຫໍພິພິທະພັນ ຮູ່ງເວືອງ, ນະຄອນ ຫວຽດຈີ່; ວາງສະແດງ, ແນະນຳໂຄສະນາການທ່ອງທ່ຽວ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຟູ໋ເທາະ; ວາງສະແດງພາບຖ່າຍຂອງ ຟູ໋ເທາະ ທີ່ສວຍງາມ, ຕີກອງທອງ, ເຊີດສິງໂຕຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮູ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ