(vovworld) - ພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ - ຕົວເມືອງ ແລະ ການບໍລິການ (VSIP) ກວາງຫງ້າຍ ຖືກຈັດຂຶ້ນໃນວັນທີ 13/9, ຢູ່ເມືອງ ເຊີນຕິ້ງ, ແຂວງ ກວາງຫງ້າຍ. ນີ້ແມ່ນເຂດອຸດສາຫະກຳ ຫວຽດນາມ - ສິງກາໂປ ແຫ່ງທີ 5 ຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໃຫ້ຮູ້ວ່າ: ເຫດການເລີ່ມລົງມືກໍ່ສ້າງ VSIP ກວາງຫງ້າຍ ມີຄວາມໝາຍສຳຄັນພິເສດ ຖືກຈັດຕັ້ງກົງກັບໂອກາດ 2 ປະເທດ ສະເລີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຍົກການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ຊີ້ແຈ້ງວ່າ:
“ຍາມໃດລັດຖະບານ ຫວຽດນາມ ກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີສິງກາໂປ. ພວກຂ້າພະເຈົ້າຕັ້ງໜ້າປັບປຸງພື້ນຖານໂຄງລ່າງ, ສ້າງລະບົບກົດໝາຍໃຫ້ສົມບຸນແບບ, ປະຕິຮູບລະບຽບການບໍລິຫານ, ຕັ້ງໜ້າເຂົ້າຮ່ວມການເຈລະຈາສັນຍາການຄ້າເສລີ (FTA), ໃນນັ້ນມີສັນຍາຄູ່ຮ່ວມມື, ຮ່ວມມືຂ້າມປາຊີຟິກ (TPP), ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກທີ່ສຸດໃຫ້ບັນດານັກລົງທຶນ.”
ສ່ວນທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ຢືນຢັນວ່າບັນດາວິສາຫະກິດ ສິງກາໂປ ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຄວາມສາມາດບົ່ມຊ້ອນຫຼາຍຢ່າງ:
“VSIP ກວາງຫງ້າຍ ຈະນຳມາເຊິ່ງມາດຖານໃໝ່ກ່ຽວກັບຄຸນນະພາບກ່ຽວກັບພື້ນຖານໂຄງລ່າງ ແລະ ສະພາບແວດລ້ອມ. ເຂດອຸດສາຫະກຳນີ້ຈະໄດ້ຮັບການເພີ່ມເຕີມດ້ວຍເຂດປະສົມການຄ້າ ແລະ ຊຸມຊົນທາງທິດໃຕ້ແຂວງ ກວາງຫງ້າຍ, ເພື່ອຮັບໃຊ້ໃຫ້ຄົນງານຂອງ VSIP ແລະ ປະຊາຊົນນະຄອນ ກວາງຫງ້າຍ.”
ພາຍຫຼັງພິທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ໄດ້ເປັນສັກຂີພິຍານເລື່ອງການນຳແຂວງ ກວາງຫງ້າຍ ມອບໃບຢັ້ງຢືນລົງທຶນເຂົ້າເຂດອຸດສາຫະກຳນີ້ໃຫ້ 3 ນັກລົງທຶນຕ່າງປະເທດ ດ້ວຍເງິນລົງທຶນ 115 ລ້ານ USD.