ເລີ່ມເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຫວຽດນາມ - ອັງກິດ

ເລີ່ມເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຫວຽດນາມ - ອັງກິດ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ ກ່າວ​ຄຳ​ເຫັນ​ທີ່​ພິທີ
(ພາບ: nguyenphutrong.net)


(vovworld) -     ດ້ວຍ​ຫົວ​ຂໍ້​ວ່າ “ປຸກລຸກ​ຄວາມ​ສາມາດບົ່ມຊ້ອນ, ພັດທະນາ​ພູມ​ປັນຍາ ​ແລະ ປ່ຽນ​ໃໝ່​ເພື່ອ​ຄວາມ​ວັດ​ທະນາ​ຖາວອນ”, ລາຍການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ພົວພັນ​ຫວຽດນາມ - ອັງກິດ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 10/01, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອັນ​ກິດ ປະຈຳ​ຫວຽດນາມ Antony Stokes. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​​ເນັ້ນ​ໜັກ​ວ່າ ​ເລື່ອງ​ເພີ່ມ​ທະວີ​ການ​ເຄື່ອນໄຫວ​ພົບ​ປະ​ແລກປ່ຽນ​ດ້ານ​ການ​ເມືອງ - ການ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ - ການ​ລົງ​ທຶນລະຫວ່າງ​ຫວຽດນາມ - ອັງກິດ ກໍ​ຄື​ການ​ພົວພັນ​ຮ່ວມ​ມື​ອື່ນໆ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ອີກໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ເວທີ​ໄປ​ໃສ​ສາກົນ ​ແລະ ພາກ​ພື້ນຕ່າງໆ, ຫວຽດນາມ ​ແລະ ອັງ​ກິດ ຈະ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອັງກິດ ​ເລິກ​ເຊິ່ງຂຶ້ນ​ຕື່ມ.

ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ດຽວ​ກັນ, ທ່ານເອກ​ອັກຄະ​ລັດຖະທູດ​ Antony Stokes ​​ໄດ້​ປະກາດ​ບັນດາ​ເຫດການຈະ​ຈັດ​ຂຶ້ນ​ໃນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດລະຫວ່າງລາຊະ​ອານາຈັກ​ອັງກິດ ​ແລະ ຫວຽດນາມ ​ເພື່ອ​ມຸ່ງ​ໄປ​ສູ່​ຫົວ​ຂໍ້ “ປຸກລຸກຄວາມ​ສາມາດບົ່ມຊ້ອນ, ພັດທະນາ​ພູມ​ປັນຍາ ​ແລະ ປ່ຽນ​ໃໝ່​ເພື່ອ​ຄວາມ​ວັດ​ທະນາ​ຖາວອນ”.

“​ເພື່ອ​ປຸກລຸກຄວາມ​ສາມາດບົມຊ້ອນ ພວກ​ເຮົາ​ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນດ້ານວັດທະນະທຳ. ​ເພື່ອ​ພັດທະນາ​ດ້ານ​ພູມ​ປັນຍາ ພວກ​ເຮົາ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ກໍ​ຄືສ້າງ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ທີ່​ບັນລຸ​ມາດຖານ​ສາກົນ​ຢູ່​ທັງ​ສອງ​ປະ​ເທດ. ​ແລະ ​ເພື່ອ​ປ່ຽນ​ໃໝ່​ພວກ​ເຮົາ​ຈະ​ພ້ອມ​ກັນ​ສູ້​ຊົນ​ເພື່ອ​ສ້າງ​ພື້ນຖານ​ວັດ​ຖະນາ​ຖາວອນ​ລວມ​ໃຫ້​ທັງ​ສອງ​ປະ​ເທດ. ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ພວກ​ເຮົາ​ສາມາດ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ກ່ຽວຂ້ອງ​ເຖິງ​ເລື່ອງ​ເພີ່ມ​ວົງ​ເງິນ​ການ​ຄ້າລະຫວ່າງ​ສ​ອງປະ​ເທດ​ຂຶ້ນ​ທົບ​ສອງ​ເທົ່າ ກໍ​ຄື​ການ​ເພີ່ມ​ທະວີ​ການ​ລົງທຶນ​ຂອງ​ອັງກິດ​ ເຂົ້າ​ຫວຽດນາມ”.

ຂ່າວ/ບົດ​ອື່ນ