ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ໜູນ​ຊ່ວຍ​ພາກ​ພື້ນ​ໂຄງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ສິ່ງ​ແວ​ດ​ລ້ອມ​ແບບຍືນ​ຍົງຢູ່​​​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ

(VOVWORLD) -ວັນທີ 23 ກັນຍາ, ສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ) ໄດ້ຈັດກອງປະຊຸມສຳມະນາທາງໄກ ເລີ່ມດຳເນີນ ໂຄງການໜູນຊ່ວຍພາກພື້ນ ໂຄງການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມແບບຍືນຍົງ ຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ.
ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ​ໜູນ​ຊ່ວຍ​ພາກ​ພື້ນ​ໂຄງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ສິ່ງ​ແວ​ດ​ລ້ອມ​ແບບຍືນ​ຍົງຢູ່​​​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ - ảnh 1ພາບປະກອບ: IE

ກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງບັນດາສະມາຊິກຂອງກຸ່ມປະຕິບັດງານກ່ຽວກັບສິ່ງແວດລ້ອມ, ຜູ້ຕາງໜ້າບັນດາອົງການລັດຖະບານທີ່ກ່ຽວຂ້ອງຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ, ບັນດາຄູ່ຮ່ວມມືພັດທະນາ, ອົງການຈັດຕັ້ງເສດຖະກິດ - ສັງຄົມ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ…

ທ່ານ ຫງວຽນດິ່ງເທາະ ຫົວໜ້າສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ ກອງປະຊຸມສຳມະນາ ໄດ້ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບບົດລາຍງານເລີ່ມເຄື່ອນໄຫວ ແລະ ບັນດາໝາກຜົນຕາມ 6 ຂົງເຂດຂອງໂຄງການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມແບບຍືນຍົງ. ພິເສດ, ກອງປະຊຸມສຳມະນາ ແມ່ນກາລະໂອກາດເພື່ອບັນດາຝ່າຍທີ່ກ່ຽວຂ້ອງ ປຶກສາຫາລືກ່ຽວກັບແຜນການຄາດຄະເນ ແລະ ວິທີການຜັນຂະຫຍາຍໂຄງການ.

ທີ່ກອງປະຊຸມສຳມະນາ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ແລະ ສະແດງຄວາມຕັດສິນໃຈ ໃນການແກ້ໄຂບັນດາສິ່ງທ້າທາຍ ກ່ຽວກັບດ້ານຊັບພະຍາກອນ ແລະ ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມ, ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ, ຍຸດທະສາດ ແລະ ແຜນການແຫ່ງຊາດ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2020, ວິໄສທັດຮອດປີ 2030, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020…

 

ຕອບກັບ

ຂ່າວ/ບົດ​ອື່ນ