ລາຍການສິລະປະເລື່ອງລາວສັນຕິພາບທີ 4
ດ້ວຍຫົວຂໍ້ວ່າ “ກີບດອກໄມ້ແຫ່ງສັນຕິພາບ“
(ພາບ: TranTienDung)
(vovworld) - ລາຍການສິລະປະເລື່ອງລາວສັນຕິພາບທີ 4 ດ້ວຍຫົວຂໍ້ວ່າ “ກີບດອກໄມ້ແຫ່ງສັນຕິພາບ“ ໂດຍສະຖານທູດ ຫວຽດນາມປະຈຳ ຍີ່ປຸ່ນ, ສົມທົບກັບໜັງສືພິມ ຕວຍແຈ (ໄວໜຸ່ມ), ໜັງສືພິມ Mainichi ຂອງ ຍີ່ປຸ່ນຈັດຕັ້ງ, ໄດ້ດຳເນີນໃນຕອນຄ່ຳວັນທີ 14/4, ຢູ່ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ. ກ່າວຄວາມເຫັນທີ່ລາຍການສະແດງ, ທ່ານ ຫງວຽນກວົກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມປະຈຳ ຍີ່ປຸ່ນ, ໃຫ້ຮູ້ວ່າ:
“ຫວຽດນາມ ແລະ ຍີ່ປຸ່ນເຄີຍຜ່ານຜ່າສົງຄາມ, ດັ່ງນັ້ນພວກເຮົາຈຶ່ງເຂົ້າໃຈແຈ້ງກ່ຽວກັບຄວາມເສຍຫາຍໂດຍສົງຄາມກໍ່ຂຶ້ນ. ຍິ່ງກວ່າຜູ້ໃດໝົດ, ຫວຽດນາມ ແລະ ຍີ່ປຸ່ນເຂົ້າໃຈໄດ້ຄຸນຄ່າຂອງສັນຕິພາບ ແລະ ປາຖະໜາຢາກຮ່ວມແຮງຮ່ວມໃຈເພີ່ມພູມຄູນສ້າງເພື່ອສັນຕິພາບ. ນັ້ນກໍ່ແມ່ນສານຂອງລາຍການກີບດອກໄມ້ແຫ່ງສັນຕິພາບ, ດ້ວຍການສົມທົບກັນຢ່າງລະອຽດຄ່ອງແຄ້ວລະຫວ່າງກີບດອກບົວຂອງ ຫວຽດນາມ ແລະ ກີບດອກຊະກຸຣະຂອງ ຍີ່ປຸ່ນ. ໄວໜຸ່ມ ຫວຽດນາມເວົ້າສະເພາະ ແລະ ປະຊາຊົນຫວຽດນາມເວົ້າລວມຢາກສົ່ງສານເຖິງໄວໜຸ່ມ ຍີ່ປຸ່ນ, ປະຊາຊົນ ຍີ່ປຸ່ນ ນັ້ນແມ່ນພວກເຮົາ, ປະເທດຮັກຫອມສັນຕິພາບ, ແລະ ພວກເຮົາປາຖະໜາວ່າຈະຮ່ວມແຮງພ້ອມກັບ ຍີ່ປຸ່ນມານະພະຍາຍາມສູ້ຊົນເພື່ອສັນຕິພາບບໍ່ພຽງແຕ່ໃຫ້ສອງປະເທດພວກເຮົາເທົ່ານັ້ນ, ຫາກໃຫ້ທັງພາກພື້ນ ແລະ ໂລກອີກດ້ວຍ“.