ເລືອດຕັ້ງ EP 2019: ທ່າອ່ຽງສະໜັບສະໜູນ ແລະ ຄັດຄ້ານ Brexit ຄອບງໍາຜູ້ມີສິດເລືອກຕັ້ງ ອັງກິດ

(VOVWORLD) -    ວັນທີ 23 ພຶດສະພາ, ການປ່ອນບັດເລືອກຕັ້ງ, ລັດຖະສະພາເອີຣົບ (EP) ໄດ້ເລີ່ມດໍາເນີນຢ່າງເປັນທາງການ ຢູ່ສອງປະເທດທໍາອິດແມ່ນ ໂຮນລັງ ແລະ ອັງກິດ ຕາມລໍາດັບ. 
ເລືອດຕັ້ງ EP 2019: ທ່າອ່ຽງສະໜັບສະໜູນ ແລະ ຄັດຄ້ານ Brexit ຄອບງໍາຜູ້ມີສິດເລືອກຕັ້ງ ອັງກິດ - ảnh 1

ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດເລືອກຕັ້ງຢູ່ ໂຮນລັງ ໃນວັນທີ 23 ພຶດສະພາ

( ພາບ:AFP/TTXVN)

    ສໍາລັບ ອັງກິດ ເຊິ່ງເປັນປະເທດທີ່ພວມສົ່ງເສີມວິວັດທະນາການຖອນຕົວອອກຈາກ ອີຢູ ຫຼື ເອີ້ນວ່າ Brexit, ທ່າອ່ຽງສະໜັບສະໜູນ ຫຼື ຄັດຄ້ານ Brexit ພວມກາຍເປັນບັນຫາແກ່ນສານ ກໍ່ຄວາມແບ່ງແຍກລະຫວ່າງບັນດາພັກການເມືອງ ກໍຄື ບັນດາຜູ້ມີສິດເລືອກຕັ້ງ ອັງກິດ ໃນການເລືອກຕັ້ງ EP ຄັ້ງນີ້. ຜົນຂອງການຢັ່ງຫາງສຽງຄັ້ງຫຼ້າສຸດ ສະແດງໃຫ້ເຫັນວ່າ ບັນດາພັກສະໜັບສະໜູນ Brexit (ສ່ວນຫຼາຍແມ່ນພັກ Brexit ແລະ UKIP - ພັກເອກະລາດລາຊະອານາຈັກອັງກິດ) ຈະຍາດໄດ້ບັດສະໜັບສະໜູນຫຼາຍທີ່ສຸດ, ຖັດມາ ແມ່ນ ພັກແຮງງານ ແລະ ບັນດາພັກປະຊາທິປະໄຕ - ເສລີ (Lib Dem).

        ສ່ວນຢູ່ໂຮນລັງ, ຕາມຜົນຂອງການຢັ່ງຫາງສຽງຢູ່ນອກຫ້ອງປ່່ອນບັດເລືອກຕັ້ງ, ພັກຝ່າຍຊ້າຍ ໄດ້ບັນລຸຜົນສໍາເລັດຢ່າງປະຫຼາດໃຈບໍ່ຄາດຄິດ, ເມື່ອຍາດໄດ້ທີ່ນັ່ງຫຼາຍທີ່ສຸດໃນການເລືອກຕັ້ງ EP  ທີ່ດໍາເນີນໃນວັນທີ 23 ພຶດສະພານີ້, ຜ່ານນັ້ນກໍເອົາຊະນະພັກເສລີ ຂອງ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ແລະ ກຸ່ມຄົນທີ່ຫາກໍພົ້ນເດັ່ນຂຶ້ນ ເດີນຕາມແນວທາງປະຊານິຍົມ, ແຕ່ໝາກຜົນສຸດທ້າຍຈະໄດ້ປະກາດໃນວັນທີ 26 ພຶດສະພາ ຢ່າງເປັນທາງການ. 

ຕອບກັບ

ຂ່າວ/ບົດ​ອື່ນ