ເວ​ທີ​ປາ​ໄສ ອາ​ຊຽນ - ອົດ​ສະ​ຕາ​ລີ ຄັ້ງ​ທີ 33: ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແລະ ການ​ເຕີບໂຕ​ແບບ​ຍືນ​ຍົງ

(VOVWORLD) - ໂດຍແມ່ນຄູ່ຮ່ວມມືທຳອິດຂອງ ອາຊຽນ (ສ້າງການພົວພັນແຕ່ປີ 1974), ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອາຊຽນ. 
ເວ​ທີ​ປາ​ໄສ ອາ​ຊຽນ - ອົດ​ສະ​ຕາ​ລີ ຄັ້ງ​ທີ 33: ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແລະ ການ​ເຕີບໂຕ​ແບບ​ຍືນ​ຍົງ - ảnh 1 ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 17 ມີນາ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ຕາມຮູບການທາງອອນລາຍ.

        ໂດຍແມ່ນຄູ່ຮ່ວມມືທຳອິດຂອງ ອາຊຽນ (ສ້າງການພົວພັນແຕ່ປີ 1974), ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອາຊຽນ. ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍໂດຍຖືການພົວພັນກັບ ອາຊຽນ ເປັນສຳຄັນ, ອົດສະຕາລີ ສະໜັບສະໜູນຢ່າງແຮງບົດບາດເປັນໃຈກາງຂອງ ອາຊຽນກໍ່ຄືເຂົ້າຮ່ວມການປະກອບສ່ວນເຂົ້າໃນ ບັນດາວິວັດການເຈລະຈາ ແລະ ການຮ່ວມມືໂດຍອາຊຽນເປັນເຈົ້າພາບຈັດຕັ້ງ ໃນພາກພື້ນ.

        ໂດຍຕາງໜ້າບັນດາປະເທດ ອາຊຽນ ກ່າວຄຳເຫັນກ່ຽວກັບການຮ່ວມມືເສດຖະກິດ ໃນພາກພື້ນ, ທ່ານ ຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດພາກພື້ນພວມຖືກຮັບຜົນກະທົບຢ່າງສັບສົນຄືໃນປັດຈຸບັນ, ອາຊຽນ ແລະ ອົດສະຕາລີ ຕ້ອງມານະພະຍາຍາມຮັກສາທ່າເຊື່ອມຕໍ່ເສດຖະກິດ ພາກພື້ນ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງສຳຄັນຄື: ສັນຍາພາກພື້ນການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ,ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປະຊີຟິກ (CPTPP) ຢ່າງມີປະສິດທິຜົນ, ແທດຈິງ, ປະກອບສ່ວນເຂົ້າໃນການຮັກສາການເປີດປະຕູ, ສ້າງການເຊື່ອມຕໍ່ລະບົບສະໜອງຢ່າງເປັນປົກກະຕິ, ໜູນຊ່ວຍບັນດາວິສາຫະກິດ, ຊຸກຍູ້ການຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ