ເວ​ທີ​ປາ​ໄສ ອາ​ຣັບ ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ

(VOVWORLD) - ຢູ່ເວທີປາໄສຂັ້ນລັດຖະມົນຕີ, ບັນດາຜູ້ແທນ ໄດ້ຄັດຄ້ານ ການກະທຳທຳລາຍຄວາມໝັ້ນຄົງ ແລະ ຄວາມປອດໄພທາງຄົມມະນາຄົມ ທາງທະເລ ແລະ ວັດຖຸອຸປະກອນ, ແຫຼ່ງສະໜອງພະລັງງານ, ທໍ່ສົ່ງນ້ຳມັນ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ.
ເວ​ທີ​ປາ​ໄສ ອາ​ຣັບ ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ - ảnh 1ພາບປະກອບ: TTXVN

ວັນທີ 20 ທັນວາ, ຢູ່ນະຄອນ Marrakech ຂອງ Morocco, ເວທີປາໄສການຮ່ວມມື ອາຣັບ - ລັດເຊຍ ໄດ້ອອກຖະແຫຼງການຮ່ວມ ໃນນັ້ນ ໄດ້ເນັ້ນໜັ້ກເຖິງຄວາມຈຳເປັນຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ທາງດ້ານຄົມມະນາຄົມທາງທະເລ ຢູ່ເຂດອ່າວ ແລະ ທະເລແດງ. ບັນດາການປຶກສາຫາລືຢູ່ເວທີປາໄສກໍ່ໄດ້ເຕື້ອງເຖິງການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະລາແອັນ ແລະ ຂະບວນມຸດສະລິມ ຮາມາດ ກໍ່ຄືການເພີ່ມທະວີການຮ່ວມມືລະຫວ່າງ ລັດເຊຍ ແລະ ບັນດາປະເທດ ອາຣັບ.

ໃນນັ້ນ, ຢູ່ເວທີປາໄສຂັ້ນລັດຖະມົນຕີ, ບັນດາຜູ້ແທນ ໄດ້ຄັດຄ້ານ ການກະທຳທຳລາຍຄວາມໝັ້ນຄົງ ແລະ ຄວາມປອດໄພທາງຄົມມະນາຄົມ ທາງທະເລ ແລະ ວັດຖຸອຸປະກອນ, ແຫຼ່ງສະໜອງພະລັງງານ, ທໍ່ສົ່ງນ້ຳມັນ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ.

ກ່ຽວກັບການປະທະກັນຢູ່ ເຂດ ກາຊາ, ບັນດາລັດຖະມົນຕີ ອາຣັບ ແລະ ລັດເຊຍ ໄດ້ຮຽກຮ້ອງຢຸດຕິບັນດາການກະທຳບຸກໂຈມຕີເລັ່ງໃສ່ສາມັນຊົນ ຢູ່ເຂດ ກາຊາ. ຕາມບັນດາລັດຖະມົນຕີ ແລ້ວ, ສະພາຄວາມໝັ້ນຄົງ ສປຊ ຕ້ອງສວມບົດບາດຕັ້ງໜ້າກ່ວາ ໃນການຊຸກຍູ້ການບັນລຸໄດ້ຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຮາມາດຢູ່ ດິນແດນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ