ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ 2022

(VOVWORLD) -ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະ ການພັດທະນາແບບຍືນຍົງ ແມ່ນທ່າອ່ຽງຈຳເປັນໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ທ້ອງຖິ່ນ, ວິສາຫະກິດ
ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ 2022 - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ)

        ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ 2022.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະ ການພັດທະນາແບບຍືນຍົງ ແມ່ນທ່າອ່ຽງຈຳເປັນໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ທ້ອງຖິ່ນ, ວິສາຫະກິດ ແລະ ໃນຕົວຈິງ ໄດ້ນຳມາເຊິ່ງຜົນສຳເລັດຢູ່ຫຼາຍປະເທດ. ຢູ່ ຫວຽດນາມ, ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມຄາດຫວັງສ້າງການຫັນປ່ຽນຢ່າງແຮງ ແລະ ມີປະສິດທິຜົນກວ່າ ໃນໄລຍະຈະມາເຖິງ ດ້ວຍເລື່ອງອະນຸມັດຜ່ານຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030, ວິໄສທັດຮອດປີ 2050.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕັດແຖບຜ້າເປີດງານວາງສະແດງບັນດາຜະລິດຕະພັນ ແລະ ເຕັກໂນໂລຊີສີຂຽວ ແລະ ຕ້ອນຮັບບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ