(VOVWORLD) - ເວທີປາໄສຄັ້ງນີ້ມີຫົວເລື່ອງ “ສ້າງສາການທູດຄືນໃໝ່ ໃນໂລກແບ່ງແຍກ”.
(ພາບ: AFP)
|
ບັນດາການນຳ ແລະ ນັກການທູດໂລກ ໄດ້ເຕົາໂຮມກັນຢູ່ພາກໃຕ້ປະເທດ ຕວກກີ ໃນວັນທີ 11 ເມສາ ເພື່ອເຂົ້າຮ່ວມ ເວທີປາໄສການທູດ Antalya (ADF) ຄັ້ງທີ 4. ເວທີປາໄສຄັ້ງນີ້ມີຫົວເລື່ອງ “ສ້າງສາການທູດຄືນໃໝ່ ໃນໂລກແບ່ງແຍກ” ຊື່ງຈັດຂຶ້ນແຕ່ວັນທີ 11-13 ເມສາ ຢູ່ນະຄອນທ່ອງທ່ຽວ Antalya. ເຫດການໂດຍກະຊວງການຕ່າງປະເທດ ຕວກກີ ຈັດຂຶ້ນ ພາຍໃຕ້ການອາລັກຂາຂອງທ່ານປະທານາທິບໍດີ Recep Tayyip Erdogan. ເວທີປາໄສຖືກຈັດຂຶ້ນ ໃນສະພາບການທີ່ຄວາມເຄັ່ງຕຶ້ງສາກົນເພີ່ມຂຶ້ນ, ນັບແຕ່ການປະທະກັນຢູ່ ກາຊາ, ລັດເຊຍ-ຢູແກຼນ ຕະຫຼອດຮອດບັນດາຄວາມວິຕົກກັງວົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຜັນແປດ້ານເສດຖະກິດ ແລະ ຄວາມສ່ຽງໂດຍປັນຍາປະດິດກໍ່ຂຶ້ນ. ມີກ່ວາ 50 ວາລະປຶກສາຫາລືຫົວເລື່ອງສະເພາະຢູ່ເວທີປາໄສ ດ້ວຍຫຼາຍຫົວເລື່ອງຕ່າງກັນ, ໃນນັ້ນມີຫົວເລື່ອງກ່ຽວກັບການຕ້າກໍ່ການຮ້າຍ, ການອຸປະຖກມະນຸດສະທຳ, ການຫັນເປັນດີຈີຕອນ ແລະ ການຄ້ຳປະກັນສະບຽງອາຫານ…