ເວ​ທີ​ປາ​ໄສການພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແຫ່ງ​ຊາດ ຫວຽດ​ນາມ ຄັ້ງ​ທີ 5

(VOVWORLD) - ເວທີປາໄສ ມີຫົວຂໍ້ “ປະດິດຄິດສ້າງໝູນໃຊ້ດີຈີຕອນເພື່ອພັດທະນາເສດຖະກິດ ດີຈີຕອນ - ກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ”. 
ເວ​ທີ​ປາ​ໄສການພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແຫ່ງ​ຊາດ ຫວຽດ​ນາມ ຄັ້ງ​ທີ 5 - ảnh 1ການຖະແຫຼງຂ່າວ ກ່ຽວກັບການຈັດເວທີປາໄສການພັດທະນາວິສາຫະກິດເຕັກໂນໂລຢີ ແຫ່ງຊາດ ຫວຽດນາມ ຄັ້ງທີ 5 (ພາບ: VTC)

ວັນທີ 11 ທັນວາ, ຢູ່ແຂວງ ກວ໋າງນິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ພ້ອມດ້ວຍບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ຈັດເວທີປາໄສການພັດທະນາວິສາຫະກິດເຕັກໂນໂລຢີ ແຫ່ງຊາດ ຫວຽດນາມ ຄັ້ງທີ 5. ເວທີປາໄສ ມີຫົວຂໍ້ “ປະດິດຄິດສ້າງໝູນໃຊ້ດີຈີຕອນເພື່ອພັດທະນາເສດຖະກິດ ດີຈີຕອນ - ກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ”. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງການນຳລັດຖະບານ, ການນຳບັນດາກະຊວງ, ອົງການຂັ້ນສູງກາງ, ທ້ອງຖິ່ນ ແລະ ການນຳບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່, ບັນດາມະຫາວິທະຍາໄລ… ໃນຂອບເຂດເວທີປາໄສດັ່ງກ່າວ ມີ 4 ກອງປະຊຸມສຳມະນາຫົວເລື່ອງສະເພາະຖືກຈັດຂຶ້ນ, ເປັນຕົ້ນແມ່ນ: ການພັດທະນາຜະລິດຕະພັນ IoT, ໂດຍອີງໃສ່ບັນດາ platform SoM (System on Module); ຮົ້ວກີດຂວາງພັດທະນາຜະລິດຕະພັນ, ການບໍລິການ AI ເຂົ້າໃນການດຳລົງຊີວິດ; ມາດຕະການແກ້ໄຂ, ການບໍລິການເຕັກໂນໂລຢີດີຈີຕອນ ຕາມຕະຫຼາດສະເພາະຂະແໜງການ; ພັດທະນາແຜງວົງຈອນເຄິ່ງຊັກນຳໄຟຟ້າ ຕິດພັນກັບການພັດທະນາເຕັກໂນໂລຢີເອເລັກໂຕນິກຢູ່ ຫວຽດນາມ; ແລະ ພິທີມອບລາງວັນຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Viet Nam 2023.

ຕອບກັບ

ຂ່າວ/ບົດ​ອື່ນ