ເວທີປາໄສການພັດທະນາເສດຖະກິດທະເລຂອງ ຫວຽດນາມ ແບບຍືນຍົງ ປີ 2022

(VOVWORLD) - ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ, ທ່ານ ເຈິ່ນຕ໋ວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ: ໃນວິວັດການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ພັກ ແລະ ລັດ ຍາມໃດກໍ່ຖືບົດບາດຂອງທະເລເປັນສຳຄັນ.
ເວທີປາໄສການພັດທະນາເສດຖະກິດທະເລຂອງ ຫວຽດນາມ ແບບຍືນຍົງ ປີ 2022 - ảnh 1ທ່ານ ເຈິ່ນຕ໋ວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ວັນທີ 12 ມິຖຸນາ, ທີ່ແຂວງ ຝູອຽນ, ຄະນະເສດຖະກິດສູນກາງໄດ້ເປັນປະທານ, ສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ຄະນະພັກແຂວງ ຝູອຽນ ຈັດເວທີປາໄສດ້ວຍຫົວຂໍ້ວ່າ: “ການພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງ ປີ 2022”.

ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ, ທ່ານ ເຈິ່ນຕ໋ວນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ: ໃນວິວັດການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ພັກ ແລະ ລັດ ຍາມໃດກໍ່ຖືບົດບາດຂອງທະເລເປັນສຳຄັນ. ຕາມນັ້ນແລ້ວ, ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ກ່ຽວກັບທະເລ ແລະ ການພັດທະນາເສດຖະກິດທະເລແບບຍືນຍົງກໍ່ໄດ້ທາງສູນກາງພິຈາລະນາ, ປະກາດໃຊ້ເພື່ອເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍປະຕິບັດ.

ໃນຂອບເຂດການປຶກສາຫາລື, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາ, ເຮັດແຈ້ງການໂຄສະນາເຜີຍແຜ່, ຊາບຊຶມ, ປະກາດໃຊ້ບັນດາລາຍການ, ແຜນການປະຕິບັດມະຕິ; ເຮັດແຈ້ງໝາກຜົນແຫ່ງການປະຕິບັດບັນດາຈຸດໝາຍກ່ຽວກັບ: ບັນດາດັດຊະນີສັງລວມກ່ຽວກັບເສດຖະກິດທະເລ, ວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດທາງທະເລ, ປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນ, ມາດຕະການພັດທະນາຂະແໜງເສດຖະກິດທະເລ.

ແລະກໍ່ໃນວັນດຽວກັນ, ຢູ່ນອກເວທີປາໄສດັ່ງກ່າວ, ງານວາງສະແດງແນະນຳພາບແຕ້ມ, ພາບຖ່າຍດ້ວຍຫົວຂໍ້ປົກປັກຮັກສາທຳມະຊາດ, ຊີວະນາໆພັນທາງທະເລ, ໝູ່ເກາະ, ມະຫາສະໝຸດກໍ່ໄດ້ຮັບການຈັດຕັ້ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ