ເວທີປາໄສພັດທະນາເຂດຕົວເມືອງ ຫວຽດນາມ 2022 ແບບຍືນຍົງ

(VOVWORLD) -ຄາດວ່າ, ເວທີປາໄສຈະດຶງດູດຄວາມສົນໃຈ, ການເຂົ້າຮ່ວມຂອງຜູ້ແທນ 1.500 ທ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ
ເວທີປາໄສພັດທະນາເຂດຕົວເມືອງ ຫວຽດນາມ 2022 ແບບຍືນຍົງ - ảnh 1(ພາບປະກອບ: congthuong.vn)

ເວທີປາໄສພັດທະນາເຂດຕົວເມືອງ ຫວຽດນາມ 2022 ແບບຍືນຍົງຈະດຳເນິນໃນລະຫວ່າງວັນທີ 16 – 17 ມິຖຸນາ, ຢູ່ ຮ່າໂນ້ຍ. ເວທີປາໄສໂດຍຄະນະເສດຖະກິດສູນກາງ ສົມທົບກັບກະຊວງກໍ່ສ້າງ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຈັດຂຶ້ນ.

        ດ້ວຍຫົວຂໍ້ “ພັດທະນາເຂດຕົວເມືອງແບບຍືນຍົງຕາມທິດເຂດຕົວເມືອງສີຂຽວ, ອັດສະລິຍະ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານໄພທຳມະຊາດ ແລະ ໂລກລະບາດ”, ຄາດວ່າ, ເວທີປາໄສຈະດຶງດູດຄວາມສົນໃຈ, ການເຂົ້າຮ່ວມຂອງຜູ້ແທນ 1.500 ທ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ, ມຸ່ງໄປເຖິງເລື່ອງກາຍເປັນໜຶ່ງໃນບັນດາເວທີປາໄສປະຈຳປີມີຂອບຂະໜາດໃຫຍ່ທີ່ສຸດກ່ຽວກັບການພັດທະນາເຂດຕົວເມືອງແບບຍືນຍົງຢູ່ ຫວຽດນາມ. ເວທີປາໄສລວມມີ ວາລະເວທີປາໄສຂັ້ນສູງ ໂດຍການນຳພັກ, ສະພາແຫ່ງຊາດ, ລັດຖະບານ ເປັນປະທານ ສຸມໃສ່ໄຈ້ແຍກ ແລະ ເຮັດແຈ້ງການກຳນົດທິດຍຸດທະສາດຫັນເປັນຕົວເມືອງ, ພັດທະນາເຂດຕົວເມືອງ, ພັດທະນາເສດຖະກິດຕົວເມືອງ; ພ້ອມກັນນັ້ນມີວາລະປຶກສາຫາລືຫົວເລື່ອງສະເພາະ 4 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ