ເວທີປາໄສວິສາຫະກິດ APEC: ຊຸກຍູ້ການຄ້າ ແລະ ການຮ່ວມມື

ເວທີປາໄສວິສາຫະກິດ APEC: ຊຸກຍູ້ການຄ້າ ແລະ ການຮ່ວມມື - ảnh 1
(ພາບປະກອບ)

(vovworld) -  ​ໃນ​ຂອບ​ເຂດ​ສັບປະດາ​ກອງ​ປະຊຸມ​ຊຸດ​ຍອດ​ຄັ້ງ​ທີ 20 ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ຢູ່​ນະຄອນ Vladivostoc, ສະຫະພັນ​ລັດ​ເຊຍ, ​ໃນ ວັນ​ທີ 7-8/9 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງວິ​ສາ​ຫະກິດ APEC ປີ 2012.ດ້ວຍ​ຫົວ​ຂໍ້​ວ່າ ”​ແກ້​ໄຂ​ການ​ທ້າ​ທາຍ - ​ເປີດ​ກວ້າງ​ກາລະ​ໂອກາດ”, ກອງ​ປະຊຸມ​ສຸມ​ໄສ່ປຶກສາ​ຫາລື​ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຄ້າ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ເສດຖະກິດ​ໂລກ ​ແລະ ຖື​ວ່າການ​ຟື້ນ​ຟູ​ຂອງ​ເສດຖະກິດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ແມ່ນ​ບໍ່​ເປັນ​ປົກກະຕິ ​ແລະ ໝັ້ນຄົງ. ທ່ານ​ຖື​ວ່າ ບັນຫາ​ໜີ້​ສິນ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົມ ​ແລະ ຍາກ​ທີ່​ຈະ​ແກ້​ໄຂ​ໄດ້, ​ໃນ​ຂະນະ​ນັ້ນ​ລັດທິ​ອາລັກຂາ​ຍັງ​ຄົງ​ມີ​ຢູ່. ພື້ນຖານ​ເສດຖະກິດ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ໄພ​ຊຸດ​ໂຊມ​ນັບ​ມື້​ນັບ​​ເພີ່ມ​ຂຶ້ນ. ສ່ວນ​ປະທານາທິບໍດີ ​ເມກ​ຊິກ​ໂກ Filipe Calderon ກໍ່ຖື​ວ່າ, ​ໂລກຄວນ​ມີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ຫຼາຍ​ກວ່າ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ຂຽວ ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ​ເສດຖະກິດ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ