ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັກວ່າ, ປີ 2021, 2 ປະເທດໄດ້ວາງອອກເປົ້າໝາຍໃຫ້ຍອດວົງເງິນການຄ້າ 2 ຝ່າຍບັນລຸ 18 ຕື້ USD ໃນປີ 2025.
ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ - ảnh 1ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ
(ພາບ: TTXVN)

        ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ມາເລເຊຍ.

        ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັກວ່າ, ປີ 2021, 2 ປະເທດໄດ້ວາງອອກເປົ້າໝາຍໃຫ້ຍອດວົງເງິນການຄ້າ 2 ຝ່າຍບັນລຸ 18 ຕື້ USD ໃນປີ 2025. ແຕ່ມາຮອດປະຈຸບັນ, ອີງໃສ່ຕົວເລກສະຖິຕິຂອງ ມາເລເຊຍ, ຍອດວົງເງິນການຄ້າລະຫວ່າງ 2 ປະເທດໄດ້ລືນກາຍຂາດໝາຍທີ່ໄດ້ວາງອອກ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືກັບບັນດາວິສາຫະກິດ ມາເລເຊຍ ໃນບັນດາຂົງເຂດເສດສະຖະກິດສີຂຽວໃຫ້ຫຼາຍກວ່າອີກ.

        ທີ່ເຫດການ, ມີຫຼາຍກາລະໂອກາດຮ່ວມມື, ດຳເນີນທຸລະກິດ, ການລົງທຶນໄດ້ສະເໜີ ເພື່ອໃຫ້ບັນດາວິສາຫະກິດຂອງ ຫວຽດນາມ ແລະ ມາເລເຊຍ ສາມາດເສີມຂະຫຍາຍຄວາມສາມາດ ແລະ ທ່າແຮງບົ່ມຊ້ອນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ