ເວທີປາໄສວິສາຫະກິດ ໄທ - ຫວຽດນາມ 2023: ກາລະໂອກາດ ແລະ ໂອກາດບໍ່ຈຳກັດ

(VOVWORLD) - ໃນຂອບເຂດເວທີປາໄສປີ 2023, ໄດ້ເປີດບັນດາວາລະປຶກສາຫາລື. ສິ່ງທີ່ໜ້າສົນໃຈ, ເປັນຄັ້ງທຳອິດທີ່ເວທີປາໄສໄດ້ຈັດບັນດາວາລະປຶກສາຫາລືເພື່ອໃຫ້ວິສາຫະກິດເລີມຕົ້ນ startup
ເວທີປາໄສວິສາຫະກິດ ໄທ - ຫວຽດນາມ 2023: ກາລະໂອກາດ ແລະ ໂອກາດບໍ່ຈຳກັດ - ảnh 1(ວາລະປຶກສາຫາລືໜຶ່ງໃນຂອບເຂດເວທີປາໄສ)

        ເວທີປາໄສວິສາຫະກິດ ໄທ - ຫວຽດນາມ 2023 ດ້ວຍຫົວຂໍ້ວ່າ “1+1 = ກາລະໂອກາດ ແລະ ໂອກາດບໍ່ຈຳກັດ”, ຖືກຈັດຂຶ້ນໃນວັນທີ 15 ສິງຫາ, ຢູ່ ບາງກອກ, ປະເທດ ໄທ. ເຫດການໂດຍສະມາຄົມມິດຕະພາບ ໄທ - ຫວຽດນາມ ແລະ ສະມາຄົມ ຫວຽດນາມ - ໄທ ສົມທົບກັນຈັດຂຶ້ນ, ເຊິ່ງນອນໃນບັນດາເຫດການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ (2013-2023).

        ໃນຂອບເຂດເວທີປາໄສປີ 2023, ໄດ້ເປີດບັນດາວາລະປຶກສາຫາລື. ສິ່ງທີ່ໜ້າສົນໃຈ, ເປັນຄັ້ງທຳອິດທີ່ເວທີປາໄສໄດ້ຈັດບັນດາວາລະປຶກສາຫາລືເພື່ອໃຫ້ວິສາຫະກິດເລີມຕົ້ນ startup, ນັກທຸລະກິດໜຸ່ມຂອງ 2 ປະເທດແລກປ່ຽນ, ເຈລະຈາກ່ຽວກັບແນວຄວາມຄິດດຳເນີນທຸລະກິດ ຕາມບັນດາຫົວຂໍ້, ຄື: “ສ້າງລະບົບນິເວດເຊື່ອມຕໍ່ ແລະ ເປັນເອກະພາບ ໄທ - ຫວຽດນາມ” ແລະ “ສະພາບຕົວຈິງ ແລະ ແງ່ຫວັງຮ່ວມມືດຳເນີນທຸລະກິດ ໄທ - ຫວຽດນາມ”. ພ້ອມກັນນັ້ນ, ມີວິສາຫະກິດຫຼາຍແຫ່ງກໍ່ຍາດແຍ່ງກາລະໂອກາດເຂົ້າຮ່ວມເວທີປາໄສຄັ້ງນີ້ເພື່ອວາງສະແດງ, ແນະນຳບັນດາຜະລິດຕະພັນ ກໍຄືຈັດບັນດາການພົບປະແລກປ່ຽນ, ເຮັດວຽກ 2 ຝ່າຍ ແນໃສ່ຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດ ແລະ ເປີດກວ້າງຕະຫຼາດຢູ່ ໄທ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ