ເວທີປາໄສ“ສື່ມວນຊົນ ແລະວິສາຫະກິດໄລຍະເຊື່ອມໂຍງເຂົ້າກັບສາກົນ”

ເວທີປາໄສ“ສື່ມວນຊົນ ແລະວິສາຫະກິດໄລຍະເຊື່ອມໂຍງເຂົ້າກັບສາກົນ” - ảnh 1
ເວ​ທີ​ປາ​ໄສ​  “ສື່ມວນ​ຊົນ ແລະ ວິ​ສາ​ຫະ​ກິດ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ”
(vovworld)- ຕອນ​ເຊົ້າວັນ​ທີ 10/6, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ​ຈັດ​ເວ​ທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ວ່າ “ ສື່ມວນ​ຊົນ ແລະ ວິ​ສາ​ຫະ​ກິດ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ”. ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຕ່າງ​ກໍ​ຖື​ວ່າ ເວ​ທີ​ປາ​ໄສ​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ກັບ​ສື່ມວນ​ຊົນ​ໃນ​ວຽກ​ງານ​ໂຄ​ສະ​ນາ​ໜູນ​ຊ່ວຍ, ພັດ​ທະ​ນາ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ຖ້ວນ​ຮິ້ວ ຢືນ​ຢັນ​ວ່າ :     “ ວິ​ສາ​ຫະ​ກ​ິດ​ຕ້ອງ​ການ​ມີ​ສື່ມວນ​ຊົນ​ເພື່ອ​ໂຄ​ສະ​ນາ ແລະ ມີ​ຂໍ້​ມູນຂ່າວສານ ​ເພື່ອຮັບ​ໃຊ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ຈາກນັ້ນ ກໍ​ໃຫ້​ຂ່າວ, ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ, ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ຂອງ​ຕົນ, ສົ່ງ​ເສີມ ລະ​ດົມ​ກຳ​ລັງ​ໃຈ​ຕໍ່​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ກົງ​ກັນ​ຂ້າມ ສື່ມວນ​ຊົນ​ຖື​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກ​ິດ​ແມ່ນ​ແຫຼ່ງ​ຫົວ​ເລື່ອງ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ສີ, ເປັນ​ແຫຼ່ງ​ອາ​ລົມ​ເພື່ອ​ປະ​ດິດ​ຄິດ​ແຕ່ງ​ບົດ​ໜັງ​ສື​ພິມ. ວິ​ສາ​ຫະ​ກິດ​ຍັງ​ແມ່ນ​ແຫຼ່ງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ອັນ​ໃຫຍ່ຫຼວງ ແລະ ຂາດບໍ່​ໄດ້​ສຳ​ລັບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ  ”
ຂ່າວ/ບົດ​ອື່ນ