ເວທີປາໄສຮ່ວມມືດໍາເນີນທຸລະກິດ ຍີ່ປຸ່ນ - ແມ່ນໍ້າຂອງ

(VOVWORLD) - ເວທີປາໄສດັ່ງກ່າວ ລວມມີ 03 ວາລະຄື: ວາລະໄຂ, ວາລະນໍາສະໜີ ແລະ ວາລະສົນທະນາ ໂດຍສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ການແນະນໍາທ່າອ່ຽງການລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ
ເວທີປາໄສຮ່ວມມືດໍາເນີນທຸລະກິດ ຍີ່ປຸ່ນ - ແມ່ນໍ້າຂອງ - ảnh 1 ທ່ານຫວູຕ໊ຽນລົກ ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ກ່າວຄໍາເຫັນທີ່ວາລະໄຂ (ພາບ: Ngoc Thien/ TTXVN)

ຕອນເຊົ້າວັນທີ 03 ພະຈິກ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI), ອົງການສົ່ງເສີມການຄ້າຍີ່ປຸ່ນ (Jetro) ທີ່ນະຄອນໂຮ່ຈີມິນ ໄດ້ສົມທົບກັບ ສະໂມສອນບັນດາສູນສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ຢູ່ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນໍ້າຂອງ   ທາງ ພາກໃຕ້ຫວຽດນາມ ຈັດຕັ້ງ “ເວທີປາໄສການຮ່ວມມືດໍາເນີນທຸລະກິດລະຫວ່າງ ຍີ່ປຸ່ນ - ຫວຽດນາມ”ຂຶ້ນ. ເວທີປາໄສດັ່ງກ່າວ ລວມມີ 03 ວາລະຄື: ວາລະໄຂ, ວາລະນໍາສະໜີ ແລະ ວາລະສົນທະນາ ໂດຍສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ການແນະນໍາທ່າອ່ຽງການລົງທຶນຂອງຍີ່ປຸ່ນ ເຂົ້າ ຫວຽດນາມ; ຄວາມສາມາດບົ່ມຊ້ອນ, ກາລະໂອກາດການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ ຢູ່່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ; ຄວາມຕ້ອງການຂອງວິສາຫະກິດ ຍີ່ປຸ່ນ ເມື່ອມາລົງທຶນຢູ່ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ; ການດໍາເນີນທຸລະກິດກັບຫວຽດນາມ - ເລື່ອງລາວຄວາມເປັນຈິງ.  ພິເສດ, ໃນວາລະສົນທະນາ ໄດ້ລົງເລິກເຂົ້າບັນດາບັນຫາການຮ່ວມມື ໃນບັນດາຂົງເຂດຄື: ການຜະລິດສະບຽງອາຫານ, ທັນຍາຫານ; ການຊຸກຍູ້ ຜະລິດຕະພັນກະເສດສົ່ງອອກໄປຍັງ ຍີ່ປຸ່ນ; ເຕັກໂລໂນຢີ ICT; ພັດທະນາການທ່ອງທ່ຽວ ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ